ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ

(VOVWORLD) - ຕອນເຊົ້າວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເພື່ອພິຈາລະຈາ, ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ລົງທຶນດ້ວຍທຶນຂອງລັດ ຢູ່ວິສາຫະກິດ, ຮ່າງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍອາກອນການຈຳໜ່າຍພິເສດ (ສະບັບປັບປຸງ) ແລະ ກົດໝາຍອື່ນອີກບາງສະບັບ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນໃນກອງປະຊຸມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ, ລັດຖະບານ ມີຄວາມຕັດສິນໃຈຢ່າງສູງ ແລະ ເດັດດ່ຽວຜັນຂະຫຍາຍການກໍ່ສ້າງ, ບູລະນະລະບອບລະບຽບການໃຫ້ສົມບູນແບບ, ເຊິ່ງເປັນໜຶ່ງໃນ 3 ບຸກທະລຸຍຸດທະສາດ; ຈັດກອງປະຊຸມຢ່າງຕໍ່ເນື່ອງ, ໃຫ້ການຊີ້ນຳເປັນປະຈຳ ແລະ ສ້າງຕັ້ງຄະນະຊີ້ນຳເພື່ອສຳຫຼວດກວດກາ, ແກ້ໄຂບັນດາສິ່ງທີ່ຄ້າງຄາທາງດ້ານນິຕິກຳ, ຜ່ານນັ້ນ ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຫຼຸດຜ່ອນລະບຽບການບໍລິຫານ ແລະ ຄ່າທຳນຽມໃຫ້ແກ່ປະຊາຊົນ, ວິສາຫະກິດ. ສຳລັບຮ່າງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        “ກົດໝາຍສະບັບນີ້ ປັບປຸງຕາມເນື້ອໃນຈິດໃຈ ເປີດກວ້າງຮາກຖານເກັບ, ເກັບຖືກຕ້ອງ, ເກັບຄົບຖ້ວນ ແລະ ທັນເວລາ, ຕ້ານການເກັບອາກອນໜ້ອຍກວ່າການກຳນົດ; ປ່ຽນແປງໃໝ່ນະໂຍບາຍດຶງດູດການລົງທຶນ ແລະ ສົ່ງເສີມການນຳໃຊ້ນະໂຍບາຍອາກອນ ໃນບັນດາຂົງເຂດ, ເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ… ພ້ອມທັງຫຼຸດຜ່ອນລະບຽບການບໍລິຫານ, ຫຼຸດຜ່ອນການລົບກວນ, ແບ່ງຂັ້ນ ແຕ່ສຳຄັນທີ່ສຸດ ແມ່ນເຮັດແນວໃດເພື່ອໃຫ້ປະຊາຊົນເສຍອາກອນຢ່າງງ່າຍດາຍ ແລະ ວຽກງານການຄຸ້ມຄອງກໍງ່າຍດາຍກວ່າ. ກະແສເງິນເຂົ້າອອກ ຕ້ອງນຳເຂົ້າລະບົບດີຈີຕອນໝົດ.”

ຕອບກັບ

ຂ່າວ/ບົດ​ອື່ນ