ນາຍົກລັດຖະມົນຕີ ຫວຽດນາມ, ລາວ, ກຳປູເຈຍ ພົບປະແລກປ່ຽນແບບພິເສດກັບສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ມູນເຊື້ອຄວາມສາມັກຄີ, ສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນລະຫວ່າງ 3 ປະເທດແມ່ນຊັບສົມບັດອັນລ້ຳຄ່າ
ນາຍົກລັດຖະມົນຕີ ຫວຽດນາມ, ລາວ, ກຳປູເຈຍ ພົບປະແລກປ່ຽນແບບພິເສດກັບສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ - ảnh 1(ທີ່ການພົບປະແລກປ່ຽນພິເສດ)

        ຕອນເຊົ້າວັນທີ 10 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ມີການພົບປະແລກປ່ຽນພິເສດກັບສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ.

        ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ມູນເຊື້ອຄວາມສາມັກຄີ, ສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນລະຫວ່າງ 3 ປະເທດແມ່ນຊັບສົມບັດອັນລ້ຳຄ່າ ແລະ ແມ່ນປັດໄຈແກ່ນສານໃນການຊຸກຍູ້ຄວາມສາມັກຄີ, ສະໜິດຕິດພັນລະຫວ່າງ 3 ປະເທດ. ໃນໄລຍະຜ່ານມາ, ມີຫຼາຍກົນໄກຮ່ວມມື 3 ຝ່າຍ ຫວຽດນາມ - ກຳປູເຈຍ - ລາວ ໄດ້ສ້າງຕັ້ງຂຶ້ນ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງ ແລະ ເພີ່ມພູນຄູນສ້າງໃຫ້ແກ່ 3 ປະເທດ. ໃນນັ້ນ, ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນມີການຫັນປ່ຽນຢ່າງແຮງ, ແຕ່ຍັງບໍ່ທັນສົມກັບການພົວພັນດ້ານການເມືອງ - ການທູດອັນດີງາມ.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ, ປະຊາຄົມວິສາຫະກິດບັນດາປະເທດ ອາຊຽນ, ສືບຕໍ່ຮ່ວມມື, ສະໜັບສະໜູນ, ປະກອບສ່ວນຊ່ວຍໃຫ້ 3 ປະເທດຍົກລະດັບຄວາມຕິດພັນດ້ານເສດຖະກິດໃຫ້ຖັດທຽມກັບຄວາມຕິດພັນດ້ານພູມສາດ, ປະຫວັດສາດ ແລະ ການພົວພັນດ້ານການເມືອງ - ການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ