ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຮຸງກາລີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຮຸງກາລີ ແມ່ນປະເທດທີ່ສະໜອງທຶນ (ODA) ໃຫ້ ຫວຽດນາມ ຫຼາຍກວ່າໝູ່ໃນບັນດາປະເທດໃນພາກພື້ນເອີຣົບຕາເວັນອອກກາງ.
ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຮຸງກາລີ  - ảnh 1ທ່ານເອກອັກຄະລັດຖະທູດ ຮຸງກາລີ Ory Csaba  ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 

ທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຮຸງກາລີ Ory Csaba ກ່ອນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ຮຸງກາລີ Orban Vicktor ໃນມໍ່ໆນີ້, ຕອນບ່າຍວັນທີ 12 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ນີ້ຈະແມ່ນເຫດການສຳຄັນໃນການພົວພັນ ຫວຽດນາມ - ຮຸງກາລີ, ຊຶ່ງຈະເປີດຫຼາຍກາລະໂອກາດການຮ່ວມມືໃໝ່ດ້ວຍຂໍ້ຕົກລົງຮ່ວມມືຫຼາຍສະບັບຄາດວ່າຈະໄດ້ເຊັນໃນຫຼາຍຂົງເຂດ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຮຸງກາລີ ແມ່ນປະເທດທີ່ສະໜອງທຶນ (ODA) ໃຫ້ ຫວຽດນາມ ຫຼາຍກວ່າໝູ່ໃນບັນດາປະເທດໃນພາກພື້ນເອີຣົບຕາເວັນອອກກາງ. ທ່ານນາຍົກລັດຖະມົນຕີສະເໜີ ທ່ານເອກອັກຄະລັດຖະທູດ ຮຸງກາລີ Ory Csaba ຊຸກຍູ້ໃຫ້ບັນວິສາຫະກິດ ຮຸງກາລີ ລົງທຶນເຂົ້າບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການສູງເຊັ່ນ: ສາທາລະນະສຸກ, ການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ, ການປຸງແຕ່ງສະບຽງອາຫານ…

ສ່ວນ, ທ່ານເອກອັກຄະລັດຖະທູດ ຮຸງກາລີ Ory Csaba ໃຫ້ຮູ້ວ່າການຢ້ຽມຢາມ ຫວຽດນາມ ໃກ້ຈະມາເຖິງນີ້ຂອງ ທ່ານນາຍົກລັດຖະມົນຕີ ຮຸງກາລີ ຈະສ້າງທ່າພັດທະນາໃໝ່ໃຫ້ການພົວພັນສອງປະເທດ. ຕິດຕາມ ທ່ານນາຍົກລັດຖະມົນຕີ ຮຸ່ງກາລີ ຈະມີວິສາຫະກິດປະມານ 70 ແຫ່ງ ແລະ ຕາມແຜນການ, ສອງຝ່າຍຈັດຕັ້ງເວທີປາໄສວິສາຫະກິດເພື່ອໃຫ້ບັນດາວິສາຫະກິດສອງປະເທດໄດ້ພົບປະ, ແລກປ່ຽນຮ່ວມມືໂດຍກົງ.

ຕອບກັບ

ຂ່າວ/ບົດ​ອື່ນ