ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບການນຳ ກຳປູເຈຍ ແລະ ລາວ

(VOVWORLD) - ຕາງໜ້າພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຂອບໃຈຢ່າງຈິງໃຈເຖິງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ແລະ ລາວ ທີ່ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ

ຕອນບ່າຍວັນທີ 02 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ກຳປູເຈຍ ໂດຍທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Techo Hun Sen ນຳໜ້າ ແລະ ຄະນະຜູ້ແທນຂັ້ນສູງລາວ ໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ, ປະທານສູນກາງແນວລາວສ້າງຊາດນຳໜ້າ ມາໄວ້ອາໄລອະດີດປະທານປະເທດ, ພົນເອກ ເລດຶກແອງ.

ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບການນຳ ກຳປູເຈຍ ແລະ ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Techo Hun Sen (ພາບ: VGP)

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ເນັ້ນໜັກວ່າ: ອະດີດປະທານປະເທດ, ພົນເອກ ເລດຶກແອັງ ເປັນເພື່ອນມິດສະໜິດສະໜົມ, ເປັນສະຫາຍທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົດປ່ອຍ ກຳປູເຈຍ ໃຫ້ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດຂະແມແດງເມື່ອປີ 1979.

        ສ່ວນທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໄດ້ຕີລາຄາສູງການປະກອບສ່ວນອັນລ້ຳຄ່າຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ ໃນພາລະກິດການປະຕິວັດຂອງພັກ ແລະ ປະເທດຊາດ ຫວຽດນາມ ກໍ່ຄືການກໍ່ສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບການນຳ ກຳປູເຈຍ ແລະ ລາວ - ảnh 2  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  ຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ (ພາບ: VGP) 

       ຕາງໜ້າພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຂອບໃຈຢ່າງຈິງໃຈເຖິງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ແລະ ລາວ ທີ່ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ, ພິເສດແມ່ນ ໄດ້ຈັດສົ່ງຄະນະຜູ້ຕາງໜ້າຂັ້ນສູງມາເຂົ້າຮ່ວມພິທີໄຫວ້ທຸກລະດັບຊາດ, ສະແດງໃຫ້ເຫັນການພົວພັນຖານບ້ານໃກ້ເຮືອນຄຽງອ້າຍນ້ອງທີ່ສະໜິດສະໜົມ.

ຕອບກັບ

ຂ່າວ/ບົດ​ອື່ນ