ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 26 ກັນຍາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ປາຣີ ປະ​ເທດຝລັ່ງ ​ໄປ​ອາ​ເມ​ລິ​ກາ ​ເພື່ອ​ເຂົ້າ​ຮ່ວມວາລະ​ປຶກສາ​ຫາລື​ຂັ້ນ​ສູງ​ຂອງ ສະມັດ​ຊາ​ໃຫຍ່​ສະ​ຫະປະຊາ​ຊາດ ຄັ້ງ​ທີ 68 ຢູ່​ນະຄອນ​ນິວຢອກ ​ໃນ​ລະຫວ່າ​ງວັນ​ທີ 26 – 28 ກັນຍາ. ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາ​ຍົດ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຢູ່​ວາລະ​ປຶກສາ​ຫາລື​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່ຜັນ​ຂະຫຍາຍ​ແນວທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຍົກ​ສູງ​ບົດ​ບາດ​ທີ່​ຕັ້ງ​ສາກົນ​ຂອງ​ຫວຽດນາມ, ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະ​ປະຊາ​ຊາດ​ເວົ້າ​ລວມ ​ແລະ ບັນດາ​ອົງການ​ວິຊາ​ການ​ເວົ້າ​ສະ​ເພາະ. ​

        ດ້ວຍ​ຫົວ​ຂໍ້ “ສ້າງ​ພື້ນຖານ​ກໍ່ສ້າງ​​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ພາຍຫຼັງ​ປີ 2015”, ວາລະ​ປຶກສາ​ຫາລື​ຂັ້ນ​ສູງ​ຂອງ​ສະມັດ​ຊາ​ໃຫຍ່ສະຫະ​ປະຊາ​ຊາດ​ຄັ້ງ​ທີ 68 ​ແມ່ນ​ໂອກາດ​​ເພື່ອກວດກາ​ກາງ​ສະ​​​ໃໝ ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ ​ແລະ ​ເລີ່ມ​ດຳ​ເນີນວິວັດ​ການ​ກໍ່ສ້າງ​ໂຄງການ​ດຳ​ເນີນ​ງານຂອງ​ສະຫະ​ປະຊາ​ຊາດ​ພາຍຫຼັງ​ປີ 2015. ບັນດາ​ຜູ້​ແທນ​​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ມາດ​ຕະການຕ່າງໆ​ເພື່ອ​ຊຸກຍູ້ການ​ແກ້​ໄຂບັນດາການພິພາດ​, ການ​ປະ​ທະ​ກັນ ​ແລະ ຄວາມ​ບໍ່​ລົງ​ລອຍ​ກັນ ​ໃນ​ນັ້ນ​ມີ​ສະພາບ​ການ​ຢູ່​ຊີຣີ ​ໂດຍ​ສັນຕິ​ວິທີ; ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້​ສິດທິ​ມະນຸດ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ...

        ​ເນື່ອງ​ໃນ​ໂອກາດ​ທີ່​ເຂົ້າ​ຮ່ວມ​ວາລະ​ປຶກສາ​ຫາລື​ຂັ້ນ​ສູງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​​ພົບ​ປະ​ກັບ​ການ​ນຳ​ທະນາຄານ​ໂລກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທີ່​ພວມ​ພັດ​ນາ​ອັນ​ດີງາມ​ລະຫວ່າງ 2 ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ລົບ​ລ້າງຄວາມ​ອຶດຫິວ, ຫຼຸດ​ຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ເສດຖະກິດ​ສັງຄົ​ມຢູ່​ຫວຽດນາມ ​ໃນຊຸມ​ທົດ​ສະ​ວັດ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ