ນາ​ຍົກ​ລົດ​ຖະ​ມົ​ນ​ຕີ ຫວຽດ​ນາມ ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ ອະນຸກຳມະການ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ໂດຍກ່າວເຫັນທີ່ກອງປະຊຸມ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ກອງປະຊຸມສູນກາງພັກຄັ້ງທີ 11 ທີ່ຈັດຂຶ້ນໃນເດືອນ ຕູລາ ປີ 2019 ໄດ້ປະກອບຄຳເຫັນເພື່ອສ້າງຮ່າງບົດລາຍງານຂອງບັນດາອະນຸກຳມະການ ທີ່ກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກໃຫ້ສົມບູນແບບ

ນາ​ຍົກ​ລົດ​ຖະ​ມົ​ນ​ຕີ ຫວຽດ​ນາມ ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ ອະນຸກຳມະການ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VGP)

ໃນນັ້ນມີບົດລາຍງານ 2 ບົດ ຂອງ ອະນຸກຳມະການ ເສດຖະກິດ - ສັງຄົມ ໄດ້ສະເໜີຕໍ່ສູນກາງ ແລະ ສູນກາງກໍ່ໄດ້ປະກອບຄຳເຫັນ, ຮັບຮອງເອົາໂດຍພື້ນຖານ. ນີ້ແມ່ນບົດລາຍງານສະຫຼຸບການປະຕິບັດຍຸດທະສາດ ໄລຍະ10 ປີ 2011 – 2020 ແລະ ຍຸດທະສາດໄລຍະ 10 ປີ 2021 – 2030, ບົດລາຍງານທີ 2 ແມ່ນບົດລາຍງານຕີລາຄາການປະຕິບັດໜ້າທີ່ເສດຖະກິດສັງຄົມໄລຍະ 5 ປີ 2016 – 2020 ແລະ ທິດທາງ, ໜ້າທີ່ 2021 – 2025.

ກ່ຽວກັບບັນດາເນື້ອທີ່ໄດ້ຮັບການປຶກສາຫາລືຢ່າງລະອຽດຢູ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກ 3 ເນື້ອໃນ ຈຸດສູມ. ທີໜຶ່ງ ແມ່ນປະກອບຄຳເຫັນໃສ່ບັນດາເນື້ອໃນ ຮ່າງບົດລາຍງານ 2 ສະບັບ ທີ່ໜ່ວຍ ຮຽບຮຽງໄດ້ ຮັບເອົາຄຳເຫັນ ແລະ ປັບປຸງໃຫ້ສົມບູນແບບ, ເປັນຕົ້ນແມ່ນບັນດາເນື້ອໃນໃໝ່ເມື່ອທຽບກັບບົດລາຍງານທີ່ໄດ້ຍື່ນສະເໜີຕໍ່ສູນກາງ. ທີ 2 ແມ່ນ ຮັບຮອງເອົາເນື້ອໃນຕົ້ນຕໍໃນບົດລາຍງານໂດຍຫຍໍ້ທີ່ຮັບໃຊ້ກອງປະຊຸມໃຫຍ່ຂອງພັກ, ທຸກຂັ້ນ, ທຸກຮາກຖານເພື່ອ ຍື່ນສະເໜີຕໍ່ກົມການເມືອງປະກອບຄຳຄິດເຫັນ. ທີ 3 ແມ່ນປະກອບຄຳ ເຫັນໃສ່ຮ່າງແຜນການເຄື່ອນໄຫວປີ 2020 ຂອງ ອະນຸກຳມະການ ເສດຖະກິດ - ສັງຄົມ ແລະ ໜ່ວຍຮຽບຮຽງ.

ຕອບກັບ

ຂ່າວ/ບົດ​ອື່ນ