ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ເຂົ້າຮ່ວມບຸນເຕັດຕ້ອນຮັບປີໃໝ່ປະຈຳຊາດປີຈໍ 2018

(VOVWORLD) - ຕອນຄ່ຳວັນທີ 04 ກຸມພາ, ທີ່ນະຄອນຫລວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ສົມທົບກັບບັນດາສະມາຄົມ, ຄະນະຊາວ ຫວຽດນາມ ອາໄສຢູ່ ລາວ, ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ ລາວ ສົມທົບກັນຈັດຕັ້ງບຸນເຕັດປະຊາຄົມລະດູບານໃໝ່ປີຈໍ 2018
ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ເຂົ້າຮ່ວມບຸນເຕັດຕ້ອນຮັບປີໃໝ່ປະຈຳຊາດປີຈໍ 2018 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຮັບກະຕ່າດອກໄມ້ອວຍພອນຈາກທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ພັນລະຍາ 

ດ້ວຍຫົວຂໍ້ວ່າ “ປະຊາຄົມສາມັກຄີ, ຮ່ວມແຮງຮ່ວມໃຈສ້າງສາປະເທດ ລາວ ອຸດົມຮັ່ງມີ, ມຸ່ງໄປເຖິງປະເທດຊາດ ຫວຽດນາມ”. ນິີ້ແມ່ນການພົບປະສັງສັນຕ້ອນຮັບບຸນເຕັດທີ່ເປັນມູນເຊື້ອ, ປະຈຳປີດ້ວຍການເຄື່ອນໄຫວວັດທະນະທຳ, ສິລະປະຫລາຍຢ່າງ, ຕ້ອນຮັບລະດູບານໃໝ່ ແລະ ຄິດຮອດຄິດເຖິງບ້ານເກີດເມືອງນອນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ. ຈຸດພິເສດໃນການພົບປະສັງສັນຄັ້ງນີ້ ແມ່ນມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ກ່າວຄຳເຫັນອວຍພອນປີໃໝ່ທີ່ການພົບປະສັງສັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ:

        “ພວກເຮົາລ້ວນແຕ່ໄດ້ເຂົ້າໃຈວ່າ ການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ ຫວຽດນາມ - ລາວ ແມ່ນການພົວພັນທີ່ຜູກພັນພິເສດ ມີໜຶ່ງບໍ່ມີສອງໃນໂລກ. ເລືີ່ອງຮັກສາ, ປັບປຸງ, ເສີມຂະຫຍາຍສາຍພົວພັນແບບພິເສດນັ້ນ ແມ່ນສຳຄັນທີ່ສຸດສຳລັບຜົນສຳເລັດຂອງພາລະກິດປະຕິວັດຂອງ ຫວຽດນາມ ແລະ ລາວ. ເນື່ອງໃນໂອກາດປີໃໝ່ປະຈຳຊາດປີຈໍໃກ້ຈະວຽນມາ ແລະ ຕ້ອນຮັບບຸນເຕັດທີ່ເປັນມູນເຊື້ອຂອງຊາດ, ຂ້າພະເຈົ້າຂໍຖືເປັນກຽດ ອວຍພອນປີໃໝ່ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາວ, ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ; ສືບຕໍ່ປະກອບສ່ວນເຂົ້າໃນການພົວພັນອັນສະໜິດສະໜົມຫວຽດນາມ - ລາວ, ລາວ - ຫວຽດນາມ.

ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ເຂົ້າຮ່ວມບຸນເຕັດຕ້ອນຮັບປີໃໝ່ປະຈຳຊາດປີຈໍ 2018 - ảnh 2

         ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ແບ່ງປັນຄວາມເບີກບານມ່ວນຊື່ນ ເມື່ອໄດ້ເຂົ້າຮ່ວມເຫດການມິດຕະພາບ, ສາມັກຄີນີ້ຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະແດງຄວາມເຊື່ອໝັ້ນວ່າ ນ້ຳໃຈມິດຕະພາບລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ລາວ - ຫວຽດນາມ ຈະແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ

ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ເຂົ້າຮ່ວມບຸນເຕັດຕ້ອນຮັບປີໃໝ່ປະຈຳຊາດປີຈໍ 2018 - ảnh 3

         ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມາຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ.

ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ເຂົ້າຮ່ວມບຸນເຕັດຕ້ອນຮັບປີໃໝ່ປະຈຳຊາດປີຈໍ 2018 - ảnh 4

ຕອບກັບ

ຂ່າວ/ບົດ​ອື່ນ