ນາຍົກລັດຖະມົນຕີ ອູກະແຣນ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ອູກະແຣນ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີອູກະ​ແຣນ Mykola Azarov
(ພາບ: Reuters)


(vovworld) -     ວັນ​ທີ 16/11, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມສັນ​ຖະວະ​ໄມຕີ​ຫວຽດນາມ ຢ່າງ​​ເປ​ັນທາງ​ການ, ທ່ານ​ນາຍົກລັດຖະມົນຕີອູກະ​ແຣນ Mykola Azarov ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ກ່ຽວ​ກັບ​ມາດ​ຕະການ​​ຕ່າງໆ ເພື່ອ​ແນ​ໃສ່​ພັດທະນາສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ອູ​ກະ​ແຣມ ກວ່າ​ອີກ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມມື​ໃນ​ຫຼາຍ​ຂົງ​ເຂດ​ຄື; ​ເສດຖະກິດ, ການ​ຄ້າ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເຂົ້າຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong; ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung.

ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີອູກະ​ແຣນ Mykola Azarov ​ໄດ້ດຳເນີນໄປໃນລະຫວ່າງວັນທີ 15 – 16/11,  ຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ Nguyen Tan Dung.

ຂ່າວ/ບົດ​ອື່ນ