ນາຍົກລັດຖະມົນຕີ ອັງກິດ ກ່າວເຕືອນກ່ຽວກັບໄພພິບັດຖ້າຫາກຂໍ້ຕົກລົງ Brexit ບໍ່ໄດ້ຮັບການຮັບຮອງເອົາ

(VOVWORLD) - ວັນທີ 13 ມັງກອນ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຖະແຫຼງວ່າ ເລື່ອງສະພາແຫ່ງຊາດບໍ່ສະໜັບສະໜູນຂໍ້ຕົກລົງ Brexit (ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ - ອີຢູ) ເຊິ່ງທ່ານນາງບັນລຸໄດ້ກັບ ອີຢູ ເມື່ອເດືອນ ທັນວາ ຜ່ານມາ ນັ້ນຈະແມ່ນໄພພິບັດຕໍ່ ອັງກິດ. 
ນາຍົກລັດຖະມົນຕີ ອັງກິດ ກ່າວເຕືອນກ່ຽວກັບໄພພິບັດຖ້າຫາກຂໍ້ຕົກລົງ Brexit ບໍ່ໄດ້ຮັບການຮັບຮອງເອົາ - ảnh 1 ທ່ານນາງນາຍົກລັດຖະມົນຕີ Theresa May (ພາບ: THX/TTXVN )

ໃນສານສົ່ງເຖິງບັນດານັກການເມືອງ, ທ່ານນາງນາຍົກລັດຖະມົນຕີ Theresa May ກ່າວເຖິງການປ່ອນບັດຢູ່ສະພາຕ່ຳ ເຊິ່ງຄາດວ່າຈະດຳເນີນໃນວັນທີ 15 ມັງກອນ ແມ່ນການຕັດສິນຄັ້ງໃຫຍ່ ແລະ ສຳຄັນທີ່ສຸດ. ເລື່ອງປະຕິເສດຂໍ້ຕົກລົງ Brexit ຈະແມ່ນໄພພິບັດ, ທຳລາຍຄວາມໄວ້ເນື້ອເຊື່ອໃຈຢ່າງຮ້າຍແຮງ ແລະ ບໍ່ອາດໃຫ້ອະໄພໄດ້. ທ່ານນາງນາຍົກລັດຖະມົນຕີ Theresa May ຮຽກຮ້ອງສະພາແຫ່ງຊາດມີການກະທຳຢ່າງຖືກຕ້ອງໃຫ້ແກ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ