ນາຍົກລັດຖະມົນຕີ ອັງກິດ ຄົນໃໝ່ ບຸລິມະສິດແກ້ໄຂບັນຫາອະນຸສັນຍາ ອຽກລັງເໜືອ

(VOVWORLD) - ຕາມທ່ານນາງແລ້ວ, ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຕ້ອງປັບປຸງບັນດາບັນຫາກ່ຽວຂ້ອງເຖິງອະນຸສັນຍາ ອຽກລັງເໜືອ ປະຈຸບັນ ທີ່ໄດ້ກໍ່ຄວາມເສຍຫາຍເຖິງຄວາມດຸ່ນດ່ຽງລະຫວ່າງບັນດາປະຊາຄົມທີ່ດຳລົງຊີວິດຢູ່ເຂດດິນແດນແຫ່ງນີ້
ນາຍົກລັດຖະມົນຕີ ອັງກິດ ຄົນໃໝ່ ບຸລິມະສິດແກ້ໄຂບັນຫາອະນຸສັນຍາ ອຽກລັງເໜືອ - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ ຄົນໃໝ່ Liz Truss (ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

ວັນທີ 7 ກັນຍາ, ກ່າວຄຳເຫັນຕໍ່ສະພາແຫ່ງຊາດ, ທ່ານນາງນາຍົກລັດຖະມົນຕີ ອັງກິດ ຄົນໃໝ່ Liz Truss ຢັ້ງຢືນວ່າ: ຈະປັບປຸງຂໍ້ຕົກລົງກັບ ສະຫະພາບເອີລົບ (EU) ກ່ຽວກັບການຄ້າຫຼັງ Brexit ລະຫວ່າງ ອັງກິດ ແລະ ອຽກລັງເໜືອ. ບຸລິມະສິດໃນປະຈຸບັນຂອງທ່ານນາງນັ້ນແມ່ນຊອກຫາມາດຕະການຜ່ານການເຈລະຈາເພື່ອແນໃສ່ລົບລ້າງບາງຂໍ້ກຳນົດກ່ຽວກັບການຄ້າຫຼັງ Brexit ສຳລັບປະເທດນີ້.

        ທ່ານນາງ Truss ໄດ້ສະແດງຄວາມປາດຖະໜາຢາກເຮັດວຽກກັບທຸກໆພັກຝ່າຍຢູ່ ອຽກລັງເໜືອ ເພື່ອໄດ້ຮັບການສະໜັບສະໜູນຂອງຄະນະການນຳ ແລະ ອົງການລັດຖະສະພາຂອງປະເທດນີ້. ຕາມທ່ານນາງແລ້ວ, ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຕ້ອງປັບປຸງບັນດາບັນຫາກ່ຽວຂ້ອງເຖິງອະນຸສັນຍາ ອຽກລັງເໜືອ ປະຈຸບັນ ທີ່ໄດ້ກໍ່ຄວາມເສຍຫາຍເຖິງຄວາມດຸ່ນດ່ຽງລະຫວ່າງບັນດາປະຊາຄົມທີ່ດຳລົງຊີວິດຢູ່ເຂດດິນແດນແຫ່ງນີ້.

        ອະນຸສັນຍາ ອຽກລັງເໜືອ ແມ່ນສ່ວນໜຶ່ງຂອງຂໍ້ຕົກລົງ Brexit ລະຫວ່າງ ອັງກິດ ແລະ EU, ມີຜົນສັກສິດແຕ່ເດືອນ ມັງກອນ 2021, ເພື່ອແນໃສ່ຫຼີກລ້ຽງການສ້າງຕັ້ງຊາຍແດນລະຫວ່າງ ອຽກລັງເໜືອ ແລະ ອຽກລັງ. ຕາມອະນຸສັນຍາສະບັບນີ້ແລ້ວ, ສິນຄ້າ ແລະ ຜະລິດຕະພັນທັງໝົດທີ່ມີຕົ້ນກຳເນີດຂອງສັດທີ່ມາຈາກເຂດດິນແດນຕ່າງໆຂອງ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຕ້ອງໄດ້ຮັບການກວດກາເພື່ອຮັບປະກັນບັນດາຜະລິດຕະພັນນີ້ຕອບສະໜອງບັນດາຄຳຮຽກຮ້ອງກ່ຽວກັບຫຼັກອະນາໄມດ້ານສະບຽງອາຫານຂອງ EU.

ຕອບກັບ

ຂ່າວ/ບົດ​ອື່ນ