ນາຍົກລັດຖະມົນຕີ ອັງກິດ ຊອກຫາການສະໜັບສະໜູນຈາກວົງການເຈົ້າຂອງວິສາຫະກິດຕໍ່ແຜນການ Brexit

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ພວມມານະພະຍາຍາມຊອກຫາການສະໜັບສະໜູນຈາກບັນດາວິສາຫະກິດ ເອີຣົບ ສຳລັບຮ່າງຂໍ້ຕົກລົງ Brexit ຂອງທ່ານນາງ 
ນາຍົກລັດຖະມົນຕີ ອັງກິດ ຊອກຫາການສະໜັບສະໜູນຈາກວົງການເຈົ້າຂອງວິສາຫະກິດຕໍ່ແຜນການ Brexit - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May (ພາບ:  AFP/TTXVN)

ໃນການພົບປະກັບບັນດາເຈົ້າຂອງວິສາຫະກິດໃຫຍ່ຄື: ຜູ້ອຳນວຍການໃຫຍ່ບໍລິຫານບໍລິສັດໂທລະຄົມມະນາຄົມ ແອັດສະປາຍ, ປະທານບໍລິສັດເຄມີ Akzo Nobel.

        ທີ່ການກອງປະຊຸມສຳມະນາໂຕະມົນນັ້ນ, ບັນດາເຈົ້າຂອງວິສາຫະກິດໃຫຍ່ຂອງ ເອີຣົບ ໄດ້ເຫັນດີເປັນເອກະພາບ ຈະມານະພະຍາຍາມບໍ່ປະໃຫ້ເກີດກໍລະນີ Brexit ບໍ່ບັນລຸໄດ້ຂໍ້ຕົກລົງສະບັບໃດ, ເຖິງຢ່າງໃດກໍ່ຕາມ ບັນດາຝ່າຍເຂົ້າຮ່ວມ ກໍ່ບໍ່ເວົ້າອອກວ່າຈະສະໜັບສະໜູນແຜນການ Brexit ຂອງທ່ານນາງ Theresa May ດ້ວຍວິທີໃດ.

        ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ເອົາໃຈໃສ່ທີ່ສຸດເຖິງການດຶງດູດການສະໜັບສະໜູນຂອງບັນດາຜູ້ອຳນວຍການບໍລິຫານວິສາຫະກິດສຳລັບຂໍ້ຕົກລົງຖອນຕົວອອກຈາກ ອີຢູ ຂອງ ອັງກິດ. ລັດຖະບານ ອັງກິດ ປາດຖະໜາຢາກໃຫ້ບັນດາວິສາຫະກິດອອກສຽງສະໜັບສະໜູນແຜນການເຫັນດີເຫັນພ້ອມຂອງລັດຖະບານ ແນໃສ່ຮັບປະກັນເສັ້ນຊາຍແດນໄລຍະຫລັງ Brexit.

 

ຕອບກັບ

ຂ່າວ/ບົດ​ອື່ນ