ນາຍົກລັດຖະມົນຕີ ອັງກິດ ຢ້ຽມຢາມ ອາເມລິກາ: ກາລະໂອກາດຮັດແໜ້ນການພົວພັນລະຫວ່າງສອງປະເທດສຳພັນທະມິດຕື່ມອີກ

(VOVWORLD) - ນາຍົກລັດຖະມົນຕີ ອັງກິດ ມີແຜນການເຮັດວຽກກັບບັນດາການນຳ ອາເມລິກາ ແລະ ນັບທັງບັນດາເປົ້າໝາຍເຊິ່ງ ອາເມລິກາ ຢາກບັນລຸໄດ້ຜ່ານການຢ້ຽມຢາມຄັ້ງນີ້
 
ນາຍົກລັດຖະມົນຕີ ອັງກິດ ຢ້ຽມຢາມ ອາເມລິກາ: ກາລະໂອກາດຮັດແໜ້ນການພົວພັນລະຫວ່າງສອງປະເທດສຳພັນທະມິດຕື່ມອີກ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານ Rishi Sunak, ນາຍົກລັດຖະມົນຕີ ອັງກິດ ທີ່ການພົບປະຢູ່ ອຽກລັງເໜືອ ໃນວັນທີ 12/4/2023
(ພາບ: Kevin Lamarque/Reuters )

ທ່ານ Rishi Sunak, ນາຍົກລັດຖະມົນຕີ ອັງກິດ ຈະມີການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການເປັນເວລາ 2 ວັນ (ວັນທີ 7 ແລະ 8 ມິຖຸນາ). ໃນການຢ້ຽມຢາມ, ນາຍົກລັດຖະມົນຕີ ອັງກິດ ມີແຜນການເຮັດວຽກກັບບັນດາການນຳ ອາເມລິກາ ແລະ ນັບທັງບັນດາເປົ້າໝາຍເຊິ່ງ ອາເມລິກາ ຢາກບັນລຸໄດ້ຜ່ານການຢ້ຽມຢາມຄັ້ງນີ້. ໜຶ່ງເຫດການໄດ້ຮັບຄວາມສົນໃຈຈາກຫາງສຽງ ແລະ ວົງການສື່ມວນຊົນແມ່ນການພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden.

        ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 3 ມິຖຸນາ, ທ່ານ Karine Jean Pierre, ເລຂາທິການດ້ານສື່ມວນຊົນທຳນຽບຂາວ ໃຫ້ຮູ້ວ່າ: ການນຳສອງທ່ານຈະປຶກສາຫາລືຫຼາຍບັນຫາສຳຄັນ, ນັບແຕ່ການເພີ່ມທະວີການຮ່ວມມືດ້ານເສດຖະກິດ ຕະຫຼອດຮອດການອຸປະຖຳດ້ານການທະຫານໃຫ້ແກ່ ຢູແກຼນ, ໃນນັ້ນ ຈຸດສຸມແມ່ນບັນດາຄວາມມານະພະຍາຍາມສືບຕໍ່ປັບປຸງການພົວພັນເສດຖະກິດສອງຝ່າຍ. ສ່ວນຝ່າຍ ອັງກິດ, ທ່ານນາຍົກລັດຖະມົນຕີ Rishi Sunak ຢັ້ງຢືນວ່າ ອາເມລິກາ ແມ່ນສຳພັນທະມິດທີ່ສະໜິດສະໜົມທີ່ສຸດຂອງ ອັງກິດ ແລະ ສອງຝ່າຍແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງກັນກ່ຽວກັບທຸກບັນຫາ, ນັບແຕ່ການຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະຊາຊົນ ຕະຫຼອດຮອດການພັດທະນາເສດຖະກິດ. ນາຍົກລັດຖະມົນຕີ ອັງກິດ ປາດຖະໜາຢາກຊຸກຍູ້ການພົວພັນການຄ້າກັບ ອາເມລິກາ ກ່ວາອີກ ໃນສະພາບການ ອັງກິດ ຖອນຕົວອອກຈາກ ສະຫະພາບເອີລົບ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ