ນາຍົກລັດຖະມົນຕີ ອັງກິດ - ອີຕາລີ ເຈລະຈາກ່ຽວກັບ Brexit

ນາຍົກລັດຖະມົນຕີ ອັງກິດ - ອີຕາລີ ເຈລະຈາກ່ຽວກັບ Brexit - ảnh 1
ທ່ານ​ນາງນາຍົກລັດຖະມົນຕີ ອັງ​ກິດ Theresa May
​ແລະ ຄູ່​ຕຳ​ແໜ່​ງ ອີ​ຕາ​ລີ Paulo Gentiloni
(ພາບ: PA)

(vovworld) – ​ ​ ວັນ​ທີ 09/02 ທ່ານ​ນາງນາຍົກລັດຖະມົນຕີ ອັງ​ກິດ Theresa May ​ແລະ ຄູ່​ຕຳ​ແໜ່​ງ ອີ​ຕາ​ລີ Paulo Gentiloni ມີ​ການ​ເຈລະຈາ​ຢູ່​ນະຄອນຫລວງ ລອນ​ດອນ ກ່ຽວ​ກັບ​ບັນດາ​ສິ່ງ​ທີ່ຕິດ​ຂັດກ່ຽວຂ້ອງ​ເຖິງ​ເລື່ອງ ອັງກິດ ຖອນ​ອອກ​ຈາກ​ສະຫະພາບ ​ເອີ​ລົບ (ອີ​ຢູ) ຫຼື ​ເອີ້ນ​ວ່າ Brexit. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ລວມພາຍຫລັງ​ການ​ເຈລະຈາ, ທ່ານ​ນາງ​ນາຍົກລັດຖະມົນຕີ Theresa May ຢືນຢັນ​ວ່າ ທ່ານ​ນາງ​ຈະ​ເລີ່​ມດຳ​ເນີນ​ວິວັດທະນາ​ການ​ນຳ​ປະ​ເທດ ອັງກິດ ຖອນ​ອອກ​ຈາກ ອີ​ຢູ ​ໃນ​ທ້າຍ​ເດືອນ 3 ຈະ​ມາ​ເຖິງ ​ໃຫ້​ຖືກ​ຕາມ​​ແຜນການ. ທ່ານ​ນາງ Theresa May ຊີ້​ແຈ້ງ​ວ່າ ບຸລິມະສິດ​ແຖວ​ໜ້າ​ໃນ​ບັນດາ​ການ​ເຈລະຈາ​ຈະ​ມາ​ເຖິງ​ແມ່ນ ບັນລຸ​ໄດ້​ບັນດາ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ຮອບດ້ານ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ ອັງກິດ ​ແລະ ອີ​ຢູ ພາຍຫລັງ ອັງກິດ ຖອນ​ອອກ​ຈາກ​ສະ​ຫະພາບ​ ​ເອີ​ລົບ. ທ່ານ​ນາງ​ນາຍົກລັດຖະມົນຕີ ອັງກິດ ກໍ່​ໃຫ້​ຮູ້​ວ່າ ການ​ນຳ 2 ທ່ານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ການ​ຄ້າ 2 ຝ່າຍ ​ເມື່ອ ອັງກິດ ບໍ່​​ເປັນ​ສະມາຊິກ​ຂອງ ອີ​ຢູ. ປະຈຸ​ບັນ ອັງກິດ ​ແມ່ນ​ຕະຫລາດ​ສົ່ງ​ອອກສະບຽງ​ອາຫານ​ໃຫຍອັນ​ດັບ​ທີ 7 ຂອງ ອີ​ຕາ​ລີ ດ້ວຍ​ມູນ​ຄ່າ​ກ່ວາ 22 ລ້ານ ​ເອີ​ໂຣ ​ແຕ່ລະ​ປີ.

ຕອບກັບ

ຂ່າວ/ບົດ​ອື່ນ