ນາຍົກລັດຖະມົນຕີ ອັງກິດ ເດັດດ່ຽວປະຕິບັດແຜນການ Brexit ໃຫ້ຖືກຕ້ອງຕາມການກຳນົດເວລາໃນ 31 ຕຸລາ

(VOVWORLD) - ວັນທີ 25 ຕຸລາ, ໃນຖະແຫຼງການຫຼ້າສຸດ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຢັ້ງຢືນວ່າ ເລື່ອງສະຫະພາບ ເອີຣົບ (ອີຢູ) ຕົກລົງເລື່ອນຈຸດເວລາ ອັງກິດ ຖອນຕົວອອກຈາກ “ຊາຍຄາລວມ” ເອີຣົບ - Brexit, ແມ່ນວຽກຂອງສະຫະພາບນີ້, ແຕ່ ອັງກິດ ຕ້ອງຖອນຕົວອອກຈາກ ເອີຣົບ ໃຫ້ຖືກຕ້ອງຕາມວັນເວລາທີ່ໄດ້ກຳນົດໄວ້ແມ່ນວັນທີ 31 ຕຸລາ ຈະມາເຖິງ.

        ປັດຈຸບັນ, ເຖິງວ່າບັນດາຄວາມມານະພະຍາຍາມແນໃສ່ຊຸກຍູ້ສະພາແຫ່ງຊາດ ອັງກິດ ດຳເນີນການປ່ອນບັດຮັບຮອງເອົາ Brexit ໂດຍໄວກໍ່ຕາມ ແຕ່ກໍ່ຖືກບັນດາສະມາຊິກສະພາແຫ່ງຊາດກີດຂວາງ, ທ່ານນາຍົກລັດຖະມົນຕີ Boris Johnson ຍັງມີຄວາມປະເອີບໃຈຕໍ່ແຜນການ Brexit ໃນວັນທີ 31 ຕຸລາ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ເນັ້ນໜັກວ່າ ສິ່ງດັ່ງກ່າວນີ້ແມ່ນຂຶ້ນກັບທັດສະນະຂອງ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ