ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ເລີ່ມ​ຕົ້ນການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Sunak ຈະເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Joe Biden ໃນຕອນເຊົ້າວັນທີ 8 ມິຖຸນາ ຕາມເວລາທ້ອງຖິ່ນ. ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ Sunak ຈະພົບປະກັບສະມາຊິກລັດຖະສະພາ ກໍຄື ການນຳບັນດາວິສາຫະກິດ ອາເມລິກາ. 
ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ເລີ່ມ​ຕົ້ນການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak (ພາບປະກອບ: AFP/TTXVN)

ວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ໄດ້ເດີນທາງໄປຮອດນະຄອນຫຼວງ ວໍຊິງຕັນ, ເລີ່ມຕົ້ນການຢ້ຽມຢາມ ອາເມລິກາ ເປັນເວລາ 2 ວັນ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ກໍຄືປຶກສາຫາລືກ່ຽວກັບບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Sunak ຈະເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Joe Biden ໃນຕອນເຊົ້າວັນທີ 8 ມິຖຸນາ ຕາມເວລາທ້ອງຖິ່ນ. ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ Sunak ຈະພົບປະກັບສະມາຊິກລັດຖະສະພາ ກໍຄື ການນຳບັນດາວິສາຫະກິດ ອາເມລິກາ. ຕາມແຈ້ງການຂອງລັດຖະບານ ອັງກິດ, ທ່ານນາຍົກລັດຖະມົນຕີ Sunak ຈະສະໜັບສະໜູນເລື່ອງເຮັດໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງ ລອນດອນ ແລະ ວໍຊິງຕັນ ເລິກເຊິ່ງກວ່າອີກ, ໃນສະພາບການຕະຫຼາດ ແລະ ແຫຼ່ງສະໜອງທົ່ວໂລກພວມປະເຊີນໜ້າກັບຄວາມສ່ຽງຫຼາຍຢ່າງ. ໃນການເດີນທາງໄປຍັງ ວໍຊິງຕັນ, ທ່ານນາຍົກລັດຖະມົນຕີ ອັງກິດ  ກໍໄດ້ປະກາດບ້ວງເງິນລົງທຶນສະສົມຂອງ ອາເມລິກາ ຢູ່ ອັງກິດ ທີ່ມີມູນຄ່າ 14 ຕື້ກວ່າປອນ (17 ຕື້ USD). ນອກຈາກນັ້ນ, ທ່ານກໍເນັ້ນໜັກວ່າ ສຳພັນທະມິດການທະຫານ ອາເມລິກາ - ອັງກິດ ແມ່ນສູນກາງຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO).

ຕອບກັບ

ຂ່າວ/ບົດ​ອື່ນ