ນາຍົກລັດຖະມົນຕີ ອົດສະຕາລີ: ບໍ່ປະໃຫ້ບັນດາຄວາມແຕກຕ່າງກັນມາກຳນົດການພົວພັນກັບ ຈີນ

(VOVWORLD) - ການນຳ 2 ປະເທດໄດ້ປຶກສາຫາລືໃນຫຼາຍບັນຫາ, ໃນນັ້ນມີບັນດາບາດກ້າວໃນການພົວພັນດ້ານການຄ້າຫວ່າງມໍ່ໆມານີ້
ນາຍົກລັດຖະມົນຕີ ອົດສະຕາລີ: ບໍ່ປະໃຫ້ບັນດາຄວາມແຕກຕ່າງກັນມາກຳນົດການພົວພັນກັບ ຈີນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese
(ພາບ: Reuters)

        ໃນຂອບເຂດການຢ້ຽມຢາມ ຈີນ, ຕອນຄ່ຳວັນທີ 06 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese. ກ່າວຄຳເຫັນພາຍຫຼັງການພົບປະ, ທ່ານນາຍົກລັດຖະມົນຕີ Anthony Albanese ໃຫ້ຮູ້ວ່າ, ການນຳ 2 ປະເທດໄດ້ປຶກສາຫາລືໃນຫຼາຍບັນຫາ, ໃນນັ້ນມີບັນດາບາດກ້າວໃນການພົວພັນດ້ານການຄ້າຫວ່າງມໍ່ໆມານີ້ ແລະ ບັນດາບັນຫາເສດຖະກິດທົ່ວໂລກ ຫຼື ການປະທະກັນລະຫວ່າງ ລັດເຊຍ- ຢູແກຼນ ແລະ ສະພາບການຢູ່ເຂດຕາເວັນອອກກາງ. ທ່ານນາຍົກລັດຖະມົນຕີ Anthony Albanese ໄດ້ຕີລາຄາສູງການພົບປະທີ່ໄດ້ດຳເນີນໄປຢ່າງຕັ້ງໜ້າ, ບົນຈິດໃຈສ້າງສັນ ເມື່ອການນຳ 2 ທ່ານບັນລຸໄດ້ຄວາມເຫັນດີໃນບາງບັນຫາ, ຄື: ການເຊື່ອມຕໍ່ການໂອ້ລົມສົນທະນາປະຈຳປີຄືນໃໝ່ ແລະ ເລື່ອງພ້ອມກັນຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ