ນາຍົກລັດຖະມົນຕີ ອົດສະຕາລີ ເລີ່ມຕົ້ນການຢ້ຽມຢາມ ຈີນ ເປັນເວລາ 4 ວັນ

(VOVWORLD) -  ໜຶ່ງໃນບັນດາຫົວຂໍ້ພົ້ນເດັ່ນໃນການຢ້ຽມຢາມ ຈີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແມ່ນການແກ້ໄຂບັນດາສິ່ງຄົງຄ້າງໃນການພົວພັນການຄ້າລະຫວ່າງສອງຝ່າຍ
ນາຍົກລັດຖະມົນຕີ ອົດສະຕາລີ ເລີ່ມຕົ້ນການຢ້ຽມຢາມ ຈີນ ເປັນເວລາ 4 ວັນ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ປະທານປະເທດ ຈີນ ສີຈີ້ນຜິງ
(ພາບ: News.com.au)

ວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ໄດ້ເລີ່ມຕົ້ນການຢ້ຽມຢາມ ຈີນ ຊຶ່ງແກ່ຍາວເປັນເວລາ 4 ວັນ. ນີ້ແມ່ນການຢ້ຽມຢາມຈີນ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃນ 7 ປີຜ່ານມາ ແລະ ຖືກດຳເນີນພາຍຫຼັງທີ່ການພົວພັນສອງປະເທດເກີດຄວາມເຄັ່ງຕຶງເປັນໄລຍະໜຶ່ງ.

          ໜຶ່ງໃນບັນດາຫົວຂໍ້ພົ້ນເດັ່ນໃນການຢ້ຽມຢາມ ຈີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແມ່ນການແກ້ໄຂບັນດາສິ່ງຄົງຄ້າງໃນການພົວພັນການຄ້າລະຫວ່າງສອງຝ່າຍ. ແຕ່ຕົ້ນປີມາຮອດປະຈຸບັນ, ຈີນ ໄດ້ແກ້ໄຂບັນດາຮົ້ວກີດຂວາງເພື່ອໃຫ້ບາງປະເພດສິນຄ້າປາຍແຫຼມຂອງອົດສະຕາລີ ກັບຄືນສູ່ຕະຫຼາດນີ້. ພ້ອມນັ້ນ, ຈີນ ຫາກໍ່ປະກາດກ່ຽວກັບເລື່ອງພິຈາລະນາລະດັບພາສີ ຈັດວາງໃຫ້ແກ່ເຫຼົ້າແວງນຳເຂົ້າຈາກອົດສະຕາລີ. ແຕ່ເຖິງຢ່າງໃດກໍ່ຕາມ, ບາງປະເພດສິນຄ້າອື່ນຂອງ ອົດສະຕາລີ ຄື: ກຸ້ງມັງກອນ, ຊີ້ນງົວ ແລະ ຊີ້ນແກະພວມປະສົບກັບຄວາມຫຍຸ້ງຍາກໃນການສົ່ງກັບຄືນສູ່ຕະຫຼາດຈີນ ແລະ ນີ້ແມ່ນສິ່ງທີ່ຫາງສຽງ ອົດສະຕາລີ ລໍຄອຍຈະມີການປ່ຽນແປງພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Anthony Albanese.

ຕອບກັບ

ຂ່າວ/ບົດ​ອື່ນ