ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ເດີນທາງໄປເອີ​ຣົບ

(VOVWORLD) -ວັນທີ 04 ມິຖຸນາ, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu  ໄດ້ເດີນທາງໄປຮອດເຢຍລະມັນ, ເລີ່ມຕົ້ນການເດີນທາງໄປເອີຣົບ ເຊິ່ງຈະແກ່ຍາວເປັນເວລາ 03 ວັນ.

ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ເດີນທາງໄປເອີ​ຣົບ - ảnh 1ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu

(ພາບ: AFP/TTXVN)

ເນື້ອໃນການດຳເນີນງານໃນການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີອິດສະຣາແອນ ຄາດວ່າຈະສຸມໃສ່ບັນດາຈຸດແຕກຕາງກັນກ່ຽວກັບຍຸດທະສາດຕໍ່ອີຣານ, ໃນສະພາບການທີ່ບັນດາຝ່າຍພວມຊອກຫາວິທີກອບກູ້ຂໍ້ຕົກລົງນິວເຄຼຍອີຣານ ພາຍຫຼັງອາເມລິກາຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ.

        ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ພົບປະເຈລະຈາກັບຄູ່ຕຳແໜ່ງເຢຍລະມັນ Angela Merkel ຢູ່ເບີລິນ ໃນຕອນຄ່ຳວັນທີ 4 ມິຖຸນາ, ຫຼັງຈາກນັ້ນ ສອງຝ່າຍຈະດຳເນີນການປະຊຸມຂ່າວຮ່ວມ. ວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ Benjamin Netanyahu   ຈະໄປຝລັ່ງ ເພື່ອພົບປະກັບທ່ານປະທານາທິບໍດີປະເທດເຈົ້າພາບ Emmanuel Macron, ໃນມື້ສຸດທ້າຍຂອງການເດີນທາງໄປເອີຣົບ, ທ່ານ Netanyahu ຈະໄປອັງກິດ ແລະ ມີການພົບປະກັບຄູ່ຕຳແໜ່ງ Theresa May.

ຕອບກັບ

ຂ່າວ/ບົດ​ອື່ນ