ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ອິນ​ເດຍ ​​ເຈ​ລະ​ຈາ​​​ທາງ​ໂທ​ລະ​ສັບ ກັບ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ Kashmir

(VOVWORLD) -ວັນທີ 19 ສິງຫາ, ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ໄດ້ເຈລະຈາທາງໂທລະສັບ ກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ເປັນເວລາ 30 ນາທີ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ Kashmir ແລະ ບັນດາບັນຫາສອງຝ່າຍ ແລະ ພາກພື້ນ. ຕາມກະຊວງການຕ່າງປະເທດ ອິນເດຍແລ້ວ.
ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ອິນ​ເດຍ ​​ເຈ​ລະ​ຈາ​​​ທາງ​ໂທ​ລະ​ສັບ ກັບ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ Kashmir - ảnh 1ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ (ພາບ: TTXVN) 

ທີ່ການເຈລະຈາທາງໂທລະສັບ ທ່ານ Modi ໄດ້ສະແດງຄວາມຫວັງວ່າ ລັດຖະມົນຕີກະຊວງການຄ້າຂອງປະເທດນີ້ ແລະ ຜູ້ຕາງໜ້າດ້ານການຄ້າຂອງ ອາເມລິກາ ຈະມີການພົບປະກັນໂດຍໄວເພື່ອປຶກສາຫາລືກ່ຽວກັບບັນດາແງ່ຫວັງດ້ານການຄ້າສອງຝ່າຍເພື່ອຜົນປະໂຫຍດຂອງທັງສອງປະເທດ. ການນຳ ອິນເດຍ ກໍ່ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການສ້າງສະພາບແວດລ້ອມທີ່ບໍ່ມີການກໍ່ການຮ້າຍ, ຄວາມຮຸນແຮງ ແລະ ສະກັດກັ້ນບັນດາການເຄື່ອນໄຫວກໍ່ການຮ້າຍຂ້າມຊາດ. ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຂອງ ອິນເດຍຄືນໃໝ່ວ່າ ອິນເດຍຈະຮ່ວມມືກັບບໍ່ວ່າຜູ້ໃດທີ່ເດີນຕາມທິດນີ້, ໃນການຕໍ່ສູ້ຕ້ານໄພທຸກຍາກ, ກືກໜັງສື ແລະ ໂລກພະຍາດ.

        ໃນຂະນະນັ້ນ, ຖະແຫຼງການຂອງທ່ານ Hogan Gidley ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອິນເດຍ ແລະ ປາກິດສະຖານ, ແລະ ຮັກສາສັນຕິພາບໃນພາກພື້ນ…

ຕອບກັບ

ຂ່າວ/ບົດ​ອື່ນ