ນາຍົກລັດຖະມົນຕີ ອິນເດຍ ເລີ່ມຕົ້ນການໄປປະຕິບັດງານຢູ່ ເອີລົບ

(VOVWORLD) -ທ່ານນາຍົກລັດຖະມົນຕີ Modi ຊີ້ແຈ້ງວ່າ ທ່ານມີແນວຄິດ “ຊຸກຍູ້ຈິດໃຈຮ່ວມມື” ກັບບັນດາຄູ່ຮ່ວມມື ເອີລົບ, ເຊິ່ງແມ່ນຜູ້ຮ່ວມເດີນທາງສຳຄັນໃນການເດີນທາງໄປຊອກຫາສັນຕິພາບ ແລະ ຄວາມວັດທະນາຖາວອນຂອງ ອິນເດຍ.
ນາຍົກລັດຖະມົນຕີ ອິນເດຍ ເລີ່ມຕົ້ນການໄປປະຕິບັດງານຢູ່ ເອີລົບ - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi
(ພາບ: PTI)

ວັນທີ 02 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເລີ່ມຕົ້ນການໄປປະຕິບັດງານຢູ່ ເອີລົບ. ນີ້ແມ່ນການໄປຢ້ຽມຢາມ ຕ່າງປະເທດຄັ້ງທຳອິດຂອງນາຍົກລັດຖະມົນຕີ ອິນເດຍ ໃນປີ 2022. ໃນຖະແຫຼງການເຊິ່ງໄດ້ຍົກອອກມາກ່ອນທີ່ເດີນທາງໄປຢ້ຽມຢາມ 3 ປະເທດ, ລວມມີ: ເຢຍລະມັນ, ແດນມາກ ແລະ ຝລັ່ງ, ທ່ານນາຍົກລັດຖະມົນຕີ Modi ຊີ້ແຈ້ງວ່າ ທ່ານມີແນວຄິດ “ຊຸກຍູ້ຈິດໃຈຮ່ວມມື” ກັບບັນດາຄູ່ຮ່ວມມື ເອີລົບ, ເຊິ່ງແມ່ນຜູ້ຮ່ວມເດີນທາງສຳຄັນໃນການເດີນທາງໄປຊອກຫາສັນຕິພາບ ແລະ ຄວາມວັດທະນາຖາວອນຂອງ ອິນເດຍ.

ຕາມແຜນການ, ທ່ານ Narendra Modi ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຢູ່ ແບກແລງ ໃນວັນທີ 02 ພຶດສະພາ ກ່ອນທີ່ເດີນທາງໄປເຖິງ ແດນມາກ ເຂົ້າຮ່ວມກອງປະຊຸມສຸດຍອດ ອິນເດຍ - ເອີລົບເໜືອ ກັບການນຳບັນດາປະເທດ ແດນມາກ, ອຽກລັງ, ແຟງລັງ, ຊູແອັດ ແລະ ນອກແວ. ຖັກຈາກນັ້ນ, ທ່ານ Narendra Modi ຈະໄປ ຝລັ່ງ ພົບປະກັບທ່ານປະທານາທິບໍດີ Emmanuel Macron ເພື່ອແນໃສ່ຕີລາຄາກ່ຽວກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກ, ກໍ່ຄືກວດກາຄືນການພົວພັນຮ່ວມມື 2 ຝ່າຍໃນປະຈຸບັນ”. ການໄປປະຕິບັດງານເຖິງ ເອີລົບ ຂອງທ່ານນາຍົກລັດຖະມົນຕີ ອິນເດຍ ຈະແກ່ຍາວຮອດວັນທີ 04 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ