ນາຍົກລັດຖະມົນຕີ ອິນເດຍ ໄປປະຕິບັດງານ ຢູ່ອາເມລິກາ

ນາຍົກລັດຖະມົນຕີ ອິນເດຍ ໄປປະຕິບັດງານ ຢູ່ອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi
(ພາບ: TTXVN)


(vovworld) – ​​ວັນ​ທີ 25/09, ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ເດີນທາງ​ອອກ​ຈາກ New Delhi ​​ເຖິງ​ນິວຢອກ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ດ້ວຍ​ຈຸດປະສົງ​ຕົ້ນ​ຕໍ່​ແມ່ນ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ 2 ຝ່າຍ ​ແລ​ະ ​ເຊື່ອມ​ຕໍ່​ການ​ພົວພັນ​ກັບ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ກ່າ​ວຄຳ​ເຫັນ​ກ່ອນ​ການ​ຢ້ຽມຢາມ​ເປັນ​ເວລາ 5 ວັນ, ທ່ານ​ນາຍົກລັດຖະມົນຕີ Modi ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ເຫດການ​ຈະ​ເປັນ​ຂີດ​ໝາຍ​ລາຍການ​ຮ່ວມ​ມື​ໃໝ່​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງອິນ​ເດຍ - ອາ​ເມ​ລິ​ກາ. ການ​ນຳ New Delhi ​ໃຫ້​ຮູ້​ວ່າ ຈະ​ມີ​ການ​ພົບ​ປະກັນ​ປະຊາ​ຄົມ​ວິ​ສາ​ຫະກິດ​ອາ​ເມລິ​ກາ ​ແລະ ສົ່ງ​ເສີມ​ເຂົ້າ​ເຈົ້າ​ເຂົ້າ​ຮ່ວມ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ປະ​ເທດ​ນີ້​ຢ່າງ​ຕັ້ງໜ້າ​ກວ່າ.

        ຕາມ​ແຜນການ, ທ່ານ​ນາຍົກລັດຖະມ​ົນຕີ Modi ຈະ​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ພົບ​ປະ​ເຈລະຈາ​ກັບ​ປະຊາ​ຄົມ​ຊາວ​ອາ​ເມ​ລິ​ກາ ​ເຊື້ອ​ຊາດ ອິນ​ເດຍ ທີ່​ນິວຢອກ. ຫຼັງ​ຈາກ​ນັ້ນ, ວັນ​ທີ 29/09, ທ່ານ​ຈະ​ໄປ​ເຖິງ​ວໍ​ສິງ​ເຕັນ, ​ເຈລະຈາ​ກັບ​ກັບ​ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Barack Obama, ປຶ​ກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ.

ຂ່າວ/ບົດ​ອື່ນ