ນາຍົກລັດຖະມົນຕີ ອິນເດຍສ້າງໂຄງ ປະກອບລັດຖະບານ ຄືນໃໝ່

ນາຍົກລັດຖະມົນຕີ ອິນເດຍສ້າງໂຄງ ປະກອບລັດຖະບານ ຄືນໃໝ່ - ảnh 1

(ພາບ: xaluan.com)

(vovworld)-ວັນ​ທີ 9/11, ທ່ານ​ນາຍົກລັດຖະມົນຕີອິນ​ເດຍ ​ Narendra Modi ໄດ້​ດຳ​ເນີນການ​ຊັບຊ້ອນ​ກົງຈັກ​ລັດຖະບານ​ຄືນ​ໃໝ່, ຕາມ​ນັ້ນ​ແລ້ວ, ​ໄດ້​ແຕ່ງຕັ້ງລັດຖະ ມົນຕີ​ໃໝ່ 21 ທ່ານ. ນີ້​ແມ່ນ​ການ​ສ້າງ​ໂຄງ​ປະກອບ​ລັດຖະບານ​ຄືນ​ໃໝ່​ເປັນຄັ້ງທຳ​ອິດ​ນັບ​ແຕ່​ທ່ານ ​ Narendra Modi ໄດ້ດຳລົງ​ຕຳ​ແໜ່​ງ​ເມື່ອ​ເດືອນ 5/2014 ທີ່​ຜ່ານ​ມາ. ບັນດາ​ທ່ານ​ລັດຖະມົນຕີ​ຄົນ​ໃໝ່​ໄດ້​ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງຕໍ່ໜ້າ​ທ່ານ​ປະທານາທິບໍດີ Pranab Mukherjee ຢູ່​ທຳນຽບປະທານາທິບໍດີ Rashtrapatia Bhavan ທີ່​ໃຈກາງ​ນະຄອນຫຼວງ​ນິວ​ເດ​ລີ. ດ້ວຍ​ການ​ແຕ່ງຕັ້ງດັ່ງກ່າວ, ປະຈຸ​ບັນ, ຈຳນວນ​ລັດຖະມົນຕີ​ທັງ​ໝົດ​ໃນ​ລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີ Narendra Modi ​ແມ່ນ 66 ທ່ານ, ຫລຸດ 7 ທ່ານ​ເມື່ອ​ທຽບ​ກັບ​ລັດຖະບານ​ຊຸດ​ກ່ອນ. ​ໃນ​ຈຳນວນ​ເຫຼົ່ານັ້ນມີ 27 ທ່ານ​ຂຶ້ນ​ກັບ​ພາ​ສ່ວນ​ລັດຖະບານ./.

ຂ່າວ/ບົດ​ອື່ນ