ນາຍົກລັດຖະມົນຕີ ອີຣັກ ຖະແຫຼງບໍ່ອະນຸຍາດໃຫ້ສ້າງຕັ້ງລັດຖະບານຊົນເຜົ່າ

(VOVWORLD) - ວັນທີ 24 ກັນຍາ, ທ່ານນາຍົກລັດຖະມົນຕີ ອີຣັກ Haider Al Abadi ຖະແຫຼງວ່າ Baghdad ບໍ່ອະນຸຍາດໃຫ້ສ້າງຕັ້ງ “ລັດຖະບານຊົນເຜົ່າ” ໃນປະເທດ ອາຣັບ. 
ນາຍົກລັດຖະມົນຕີ ອີຣັກ ຖະແຫຼງບໍ່ອະນຸຍາດໃຫ້ສ້າງຕັ້ງລັດຖະບານຊົນເຜົ່າ - ảnh 1ທ່ານນາຍົກລັດຖະມົນຕີ ອີຣັກ Haider Al Abadi  ພາບ: Reuters

ຄຳຖະແຫຼງໄດ້ຍົກອອກມາ ໃນສະພາວະທີ່ເຂດຊາວ Kurd ຢູ່ ອີຣັກ ພວມກະກຽມໃຫ້ການລົງປະຊາມະຕິກ່ຽວກັບຄວາມເອກະລາດ ທີ່ເຄີຍກໍ່ໃຫ້ເກີດການໂຕ້ຖຽງກັນ ເຊິ່ງດຳເນີນໃນວັນທີ 25 ກັນຍາ. ກ່າວຄຳເຫັນທາງໂທລະພາບແຫ່ງຊາດ ທ່ານນາຍົກລັດຖະມົນຕີ ອີຣັກ Haider Al Abadi ຖະແຫຼງວ່າ ບັນດາການນຳ ອີຣັກ ຈະບໍ່ປະໃຫ້ປະເທດ ອາຣັບ ນີ້ ກັນຄືນສູ່ໄລຍະມືດມົວໃນອະດີດຕະການອີກ, ພ້ອມທັງ ໃຫ້ຄຳໝັ້ນສັນຍາຈະດຳເນີນບັນດາມາດຕະການຈຳເປັນ ເພື່ອປົກປັກຮັກສາຄວາມເປັນເອກະພາບຂອງ ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ