ນາຍົກລັດຖະມົນຕີ ອີຣັກ ຢ້ຽມຢາມ ອີຣານ

ນາຍົກລັດຖະມົນຕີ ອີຣັກ ຢ້ຽມຢາມ ອີຣານ - ảnh 1
ທ່ານ ນາຍົກລັດຖະມົນຕີ ອີຣັກ ແລະ ທ່ານ ປະທານາທິບໍດີອີຣານ ໃນການພົບປະເມື່ອເດືອນ 10/2010
(ພາບ: ອີນເຕີເນັດ)

(vovworld) - ສຳນັກ​ຂ່າວສານ​ອີຣານ IRNA ອອກ​ຂ່າວ​ເມື່ອ​ວັນ​ທີ 22/4 ວ່າທ່ານ​ນາຍົກລັດຖະມົນຕີ ອີຣັກ Nuri Al Maliki ​ໄປ​ຍັງ Teheran, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ອີຣານ​ ​ໃນ​ເວລາ 2 ວັນ ​ເພື່ອ​ແນ​ໃສ່ປຶກສາ​ຫາລື​ກັບບັນດາ​ການ​ນຳ ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ປະ​ເທດ​ເຈົ້າພາບ ກ່ຽວ​ກັບ​ບັນດາ​ບັນຫາ 2 ຝ່າຍ. ການ​ຢ້ຽມຢາມ​ທີ່​ເປັນ​ໜ້າ​ສົນ​ໃຈ​ຄັ້ງ​ນີ້​ຂອງ​ທ່ານ Maliki ຖືກ​ດຳ​ເນີນກ່ອນທີ່ຈະ​ຈັດ​ກອງ​ປະຊຸມ​ສຳຄັນ​ລະຫວ່າງ ອີຣານ ​ແລະ ກຸ່ມ P5+1(ລວມມີ: ອາ​ເມ​ລິ​ກາ, ອັງກິດ, ລັດ​ເຊຍ, ຝຣັ່ງ, ຈີນ ​ແລະ ​ເຢຍລະ​ມັນ) ​ໃນ​ວັນ​ທີ 23/5 ຈະ​ມາ​ເຖິງ, ​ໂດຍ ອີຣັກ​ເປັນ​ເຈົ້າ​ພາບຈັດ​ຕັ້ງ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ກໍ​ຄວາມ​ໂຕ້​ຖຽງ​ກັນ​ຂອງ ອີຣານ. ຕາມ​​ແຜນການແລ້ວ, ທ່ານ​ນາຍົກລັດຖະມົນຕີ ອີຣານ Nuri Al Maliki ຈະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ອີຣານ Mahmoud Ahmadinejad ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ອັນ​ດີງາມ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຂອງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ອີຣັກ Nuri Al Maliki  ຈະ​ມີ​ການ​ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ​ປະ​ເທດ​ເຈົ້າພາບ Ali Larijani, ຫົວໜ້າ​ຄະນະ​ເຈລະຈາ​ນະ​ເຄຼຍ ອີ​ຣານ Saeed Jalili ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການ​ເສດຖະກິດ​ຮ່ວມ ອີຣານ ​ແລະ ອີຣັກ. ການ​ພົບ​ປະ​ຄັ້ງ​ຕ່າງໆ ຈະປະສຸ​ມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ 2 ຝ່າຍບັນ​ຫາພາກ​ພື້ນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ