ນາຍົກລັດຖະມົນຕີ ອະນຸມັດຜ່ານແຜນຮ່າງສ້າງໂຄງປະກອບກຸ່ມບໍລິສັດເຄມີຫວຽດນາມ ຄືນໃໝ່

ນາຍົກລັດຖະມົນຕີ ອະນຸມັດຜ່ານແຜນຮ່າງສ້າງໂຄງປະກອບກຸ່ມບໍລິສັດເຄມີຫວຽດນາມ ຄືນໃໝ່ - ảnh 1
ພາບປະກອບ

(vovworld) – ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ກຸ່ມ​ບໍລິສັດ​ເຄ​ມີ​ຫວຽດນາມ ຄືນ​ໃໝ່ ​ໄລຍະ 2012 – 2015 ​ເຊິ່ງ​ນາຍົກລັດຖະມົນຕີຫາ​ກໍ່ອະນຸມັດ​ຜ່ານ​ໃນ​ວັນ​ທີ 28/12. ຕາມ​ນັ້ນ​ແລ້ວ, ກຸ່ມ​ບໍລິສັດ​ເຄມີ​ຫວຽດນາມ ຍັງ​ຄົງ ​ແມ່ນ​ກຸ່ມ​ບໍລິສັດ​ເສດຖະກິດ​ແຫ່ງ​ລັດ. ​ແຜນ​ຮ່າງ ​ເພື່ອ​​ຈຸດ​ໝາຍ​ຮັບປະກັນ ​ໃຫ້ກຸ່ມ​ບໍລິສັດ​ມີ​ໂຄງ​ປະກອບ​ຢ່າງເໝາະ​ສົມ, ນຳ​ໜ້າ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ເຄມີ​​ໂດຍພື້ນຖານ ​ແລະ ​ເຄມີ​ທີ່ຮັບ​​ໃຊ້​​ໃຫ້​ແກ່ການ​ຜະລິດ​ກະ​ສິກຳ, ການ​ບໍລິ​ໂພ​ກພາຍ​ໃນ ​ປະ​ເທດ ແລະ ສົ່ງ​ອອກ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ປະສິດທິ​ຜົນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແລະ ກຳ​ລັງແກ່ງ​ແຍ້​ງຂອງ​ກຸ່ມ​ບໍລິສັດ. ​ໃນ​ແຜນການ​ນີ້, ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ເຖິງ 7 ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ການ​ສ້າງ​ໂຄງ​ປະກອບການ​ບໍລິຫານ​ວິ​ສາ​ຫະກິດຄືນ​ໃໝ່ ​ໃນ​ນັ້ນ​ສຸມ​ໃສ່​ການປັບປຸງ, ​ເພີ່ມ​ເຕີມ ​ແລະ ສ້າງ​ສຳ​ເລັດ​ລະບົບ​ລະບຽບ​ການ​ຄຸ້ມ​ຄອງ​ພາຍ​ໃນ​, ຊັບຊ້ອນ​ໂຄງ​ປະກອບ​ການຈັດ​ຕັ້ງ, ກົງ​ຈັກ​ການຄຸ້ມ​ຄອງ, ບໍລິຫານຄືນ​ໃໝ່, ປັບ​ປຸງ​ກົນ​ໄກ ກ່ຽວ​ກັບ​ວຽກ​ງານ​ພະນັກງານ, ຍູ້​ແຮງ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນູ​ດ, ​ເພີ່​ມທະວີ​ວຽກ​ງານ​ຄຸ້ມ​ຄອງ​ພາຍ​ໃນ, ຍູ້​ແຮງ​ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ເພີ່ມ​ທະ​ວີສະ​ມັດ​ຕະພາບ​ການ​ອອກ​ແຮງ​ງານ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸ​ລະ​ກິດ, ​ເພີ່​ມທະວີ​ຄວາມ​ຮັບຜິດ​ຊອບ, ພາລະໜ້າ​ທີ່, ສິດ​ອຳນາດ ​ແລະ ການ​ຊີ້​ນຳ​ຂອງ​ກຸ່ມ​ບໍ​ລະ​ສັດ​ທີ່​ມີ​ຕໍ່​ຜູ້​ຕາງ​ໜ້າທຶນ​ຂອງ​ກຸ່ມ​ບໍລິສັດ ຢູ່​ວິ​ສາ​ຫະກິດ​ອື່ນໆ.

ຂ່າວ/ບົດ​ອື່ນ