ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ສົກ​ຮຽນ​ໃໝ່ 2021 – 2022

(VOVWORLD) -ສຳລັບບັນດານັກຮຽນ, ນັກສຶກສາທີ່ມີຄອບຄົວຖືກຜົນກະທົບຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ, ຄວນຜັນຂະຫຍາຍນະໂຍບາຍຍົກເວັ້ນຄ່າຮຽນ ເພື່ອຮັບປະກັນວ່າ ບໍ່ມີຜູ້ໃດຂາດການຮ່ຳຮຽນ ພາຍຫຼັງໂລກລະບາດ ຫຼື ບໍ່ໄດ້ມາໂຮງຮຽນຍ້ອນທຸກຍາກ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ສົກ​ຮຽນ​ໃໝ່ 2021 – 2022 - ảnh 1ກອງປະຊຸມທົ່ວປະເທດສະຫຼຸບສົກຮຽນ 2020 – 2021, ຜັນຂະຫຍາຍໜ້າທີ່ສົກຮຽນ 2021 – 2022

ວັນທີ 28 ສິງຫາ, ເມື່ອມາເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດສະຫຼຸບສົກຮຽນ 2020 – 2021, ຜັນຂະຫຍາຍໜ້າທີ່ສົກຮຽນ 2021 – 2022 ທີ່ໄດ້ດຳເນີນຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ລັດຖະບານເຂົ້າໃຈ ແລະ ແບ່ງປັນບັນດາຄວາມຫຍຸ້ງຍາກ ຂອງຂະແໜງການສຶກສາ, ຂອງນັກຮຽນ, ນັກສຶກສາ ກ່ວາ 24 ລ້ານຄົນ, ຄູອາຈານ ນັບລ້ານຄົນ, ພໍ່ແມ່ພີ່ນ້ອງ ນັກຮຽນ ນັບສີບລ້ານຄົນ ຕໍ່ໜ້າບັນດາຜົນກະທົບຈາກໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໄປຄຽງຄູ່ກັບເລື່ອງຕ້ອງແກ້ໄຂ ບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອພັດທະນາພາລະກິດການສຶກສາ, ຕ້ອງມີບັນດາມາດຕະການໃນສະເພາະໜ້າ, ທັນການ ໃຫ້ແກ່ສົກຮຽນໃໝ່ ດ້ວຍຄວາມມານະພະຍາຍາມສູງທີ່ສຸດ, ມີຄວາມເອົາໃຈໃສ່ຢ່າງເລິກເຊິ່ງທີ່ສຸດ ໃຫ້ແກ່ຄູອາຈານ, ນັກຮຽນ, ນັກສຶກສາໃນໄລຍະປະສົບກັບຄວາມຫຍຸງຍາກນີ້.

ສຳລັບບັນດານັກຮຽນ, ນັກສຶກສາທີ່ມີຄອບຄົວຖືກຜົນກະທົບຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ, ຄວນຜັນຂະຫຍາຍນະໂຍບາຍຍົກເວັ້ນຄ່າຮຽນ ເພື່ອຮັບປະກັນວ່າ ບໍ່ມີຜູ້ໃດຂາດການຮ່ຳຮຽນ ພາຍຫຼັງໂລກລະບາດ ຫຼື ບໍ່ໄດ້ມາໂຮງຮຽນຍ້ອນທຸກຍາກ. ມີຄູສອນຫຼາຍຄົນຖືກຜົນກະທົບຍ້ອນວ່າໂຮງຮຽນປິດປະຕູ, ເປັນຕົ້ນແມ່ນບັນດາຄູສອນຂຶ້ນກັບລະບົບບັນດາໂຮງຮຽນເອກະຊົນ, ອະນຸບານ ກໍ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ຫຼາຍກ່ວາອີກ.

ເນື່ອງໃນໂອກາດສົກຮຽນໃໝ່, ທ່ານນາຍົກລັດຖະມົນຕີໄດ້ສົ່ງຄຳອວຍພອນໄປຍັງນັກຮຽນ, ນັກສຶກສາ, ຄູ່ອາຈານໝົດທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ