ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດນຳໃຊ້ກິດຈະກຳເສັ້ນທາງເຊື່ອມຕໍ່ ວິແທງ, ເຮົ້າຢາງ

ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດນຳໃຊ້ກິດຈະກຳເສັ້ນທາງເຊື່ອມຕໍ່ ວິແທງ, ເຮົ້າຢາງ - ảnh 1
ພິທີເປີດນຳໃຊ້ກິດຈະກຳເສັ້ນທາງເຊື່ອມຕໍ່ ວິແທງ, ເຮົາຢາງ
( ພາບ: .chinhphu.vn )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 18/5, ຢູ່​ນະຄອນ​ເກີນ​ເທີ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ນຳ​ໃຊ້​ກິດຈະ​ກຳເສັ້ນທາງ​ເຊື່ອມ​ຕໍ່ນະຄອນວິ​ແທງ, ​ແຂວງ​ເຮົ້າ​ຢາງ ກັບ​ນະຄ​ອນກົນ​ເທີ. ພາຍຫຼັງ 4 ກວ່າ​ປີ​ທີ່​ປະຕິບັດການ​ກໍ່ສ້າງ​ເສັ້ນທາງເສັ້ນທາງ​ເຊື່ອມ​ຕໍ່ວິ​ແທງ ​ກັບນະຄອນເກີນ​ເທີ ​ໄດ້​ນຳເຂົ້າ​​ໃຊ້ການ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຮຽກຮ້ອງ​​ໃຫ້ນະ​ຄອນ​ເກີນ​ເທີ, ​ແຂວງ ​ເຮົ້າ​ຢາງ ​ແລະ ບັນດາ​ທ້ອງ​ຖິ່ນ​ໃນ​ເຂດ​ທ່ົງພຽງແມ່​ນ້ຳຂອງ​ສືບ​ຕໍ່​ສຸມ​ໃສ່​ໜູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ພັດທະນາ​ການຜະລິດ​ດຳ​ເນີນ​ທຸ​ລະ​ກິດ; ລະດົມທຸກໆ​​ແຫຼ່ງກຳ​ລັງ​​ເພື່ອ​ລົງທຶນ​ໃຫ້​ພື້ນຖານ​​ເສດຖະກິດ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນທາງ​ຄົມມະນາຄົມ, ຊົນລະປະທານ, ສຸກສາລາ, ​ໂຮງຮຽນ. ບັນດາ​ທ້ອງ​ຖິ່ນ​ເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງ​ຄວນ​ກຳນົດ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຕ້ອງ​ແມ່ນ​ໜ້າ​ທີ່ບຸລິມະສິດ​ອັນ​ດັບ​ໜື່ງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ແມ່ນ​ໜ້າ​ທີ່​ຮີບ​ດ່ວນ​ໃນ​ຕໍ່ໜ້າ, ​ເປັນ​ພື້ນຖານ​ຍາວ​ນານ ​ແລະ ມີ​ຄວາມ​ໝາຍ​ຕັດສິນ​ໃນ​ການ​ພັດທະນາ​​ຢ່າງ​ໝັ້ນຄົງ.

        “ ນອກຈາກ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ເສດຖະກິດ​, ເຂດ​​ທົ່ງພຽງ​ແມ່ນ້ຳຂອງ, ນະຄອນ​ເກີນ​ເທີ ​ແລະ ​ແຂວງ ​ເຮົ້າ​ຢາງ ​ເວົ້າ​ສະ​ເພາະ​ ຄວນ​ສຸມ​ໃສ່​ພັດທະນາ​ການສຶກສາ ​ແລະ ບຳລຸງ​ສ້າງຢ່າງ​​ແຂງແຮງກວ່າ​ອີກ​. ພວກ​ເຮົາ​ຕ້ອງ​ເຮັດ​ຢ່າງ​ຄົບຊຸດ. ​ແຕ່​ສິ່ງທີ່​ເປັນ​ພື້ນຖານ ​ແລະ ຍາວ​ນານ​ໃນ​ສະ​ເພາະໜ້າ ມີ​ຄວາມໝາຍ​ຕັດສິນ, ນັ້ນ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແມ່ນ​ຜູ້​ມີ​ພູນ​ປັນຍາ, ຄວາມ​ສາມາດ, ຄຸນ​ນະພາ​ບ​ ແລະ ຄຸນສົມບັດ. ​ເພາະສະ​ນັ້ນ, ຕ້ອງ​ສຸມ​ໃສ່​ໃຫ້​ແກ່​ການ​ສຶກສາ ”

​      ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ລັດຖະບານ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​​ແຫຼ່ງ​ແຂວງ ​ເຮົ້າ​ຢາງ ກ່ຽວ​ກັບ​ສະພາບ​ການພັດທະນາ​ເສດຖະກິດ​ສັງຄົມ​ໃນ 4 ​ເດືອນ​ຕົ້ນ​ປີ 2012.

ຂ່າວ/ບົດ​ອື່ນ