ນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສ້າງປະມວນມາດຖານກ່ຽວກັບການເຕີບໂຕສີຂຽວແຫ່ງຊາດ ແລະ ຕ້ອງກົມກ່ຽວກັບມາດຖານຂອງສາກົນ

(VOVWORLD) - ເປົ້າໝາຍກ່ຽວກັບການເຕີບໂຕສີຂຽວ ນັບແຕ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ ປີ 2021 (COP21) ມາຮອດປະຈຸບັນ
 
ນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສ້າງປະມວນມາດຖານກ່ຽວກັບການເຕີບໂຕສີຂຽວແຫ່ງຊາດ ແລະ ຕ້ອງກົມກ່ຽວກັບມາດຖານຂອງສາກົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເປັນປະທານກອງປະຊຸມ
(ພາບ:Văn Điệp - TTXVN)

ຕອນບ່າຍວັນທີ 30 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການເຕີບໂຕສີຂຽວ, ເປັນປະທານກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະຊີ້ນຳ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກ ແລະ ສະເໜີຄະນະຊີ້ນຳອັບເດດບັນດາຄາດໝາຍ, ເປົ້າໝາຍກ່ຽວກັບການເຕີບໂຕສີຂຽວ ນັບແຕ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ສປຊ ປີ 2021 (COP21) ມາຮອດປະຈຸບັນ; ສະຫລຸບບົດຮຽນຂອງບັນດາປະເທດໃນໂລກໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ, ຈາກນັ້ນຖອດຖອນບົດຮຽນ, ຂໍ້ສະເໜີເພື່ອຫັນບັນດາເປົ້າໝາຍ, ຄຳໝັ້ນສັນຍາໄດ້ວາງອອກໃຫ້ປະກົດຜົນເປັນຈິງ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີວ່າ:

          “ບັນດາກະຊວງ, ຂະແໜງການພະຍາຍາມສ້າງລະບົບມາດຖານ ຕີລາຄາເພື່ອຈັດແບ່ງ ການເຕີບໂຕສີຂຽວແມ່ນແນວໃດ, ເລື່ອງຕ້ອງຫັນເປັນລະບອບລະບຽບການເພື່ອນຳເຂົ້າຂອບນິຕິກຳ ເພື່ອຊ່ວຍພວກເຮົາໃນຂອດເລືອກເຟັ້ນບັນດາໂຄງການພາຍໃນປະເທດ ແລະ ຕ່າງປະເທດ. ຖືມາດຖານນັ້ນເພື່ອຕີລາຄາຄວາມກ້າວໜ້າຂອງການເຕີບໂຕສີຂຽວໃນທຸກດ້ານ, ກ່ຽວກັບການຫລຸດຜ່ອນການປ່ອຍອາຍພິດຕໍ່ສິ່ງແວດລ້ອມ, ກ່ຽວກັບພື້ນຖານເສດຖະກິດສີຂຽວນຳມາໃຫ້, ໃນທຸກດ້ານສັງຄົມທີ່ລົງທຶນໃຫ້ການເຕີບໂຕສີຂຽວ”.

 

ຕອບກັບ

ຂ່າວ/ບົດ​ອື່ນ