ນາຍົກລັດຖະມົນຕີ ເຊັກໂກ ຕີລາຄາສູງການພົວພັນກັບ ຫວຽດນາມ ແລະ ຖານະບົດບາດຂອງປະຊາຄົມຊາວ ຫວຽກນາມ

(VOVWORLD) -ວັນທີ 4 ກັນຍາ ທ່ານນາຍົກລັດຖະມົນຕີ ເຊັກໂກ Andrej Babis ໄດ້ມີການຢ້ຽມຢາມ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ທີ່ນະຄອນຫຼວງ ປຣາຮາ. ການພົບປະ ໂດຍແມ່ນສະມາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ສົມທົບກັບຫ້ອງວ່າການລັກຖະບານ ເຊັກໂກ ຈັດຕັ້ງຂຶ້ນ
ນາຍົກລັດຖະມົນຕີ ເຊັກໂກ ຕີລາຄາສູງການພົວພັນກັບ ຫວຽດນາມ ແລະ ຖານະບົດບາດຂອງປະຊາຄົມຊາວ ຫວຽກນາມ - ảnh 1ທ່ານນາຍົກລັດຖະມົນຕີ Andrej Babis ກ່າວຄຳເຫັນທີ່ການພົບປະ

    ກ່າວຄຳເຫັນທີ່ການພົບປະ ທ່ານນາຍົກລັດຖະມົນຕີ ເຊັກໂກ Andrej Babis ໄດ້ຮັບຮູ້ ແລະ ຕີລາຄາສູງປະຊາຄົມຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ແມ່ນພາກສ່ວນໜຶ່ງຂອງສັງຄົມ ເຊັກໂກ ສະແດງຄວາມຂອບໃຈຕໍ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19. ທ່ານໄດ້ຕີລາຄາສູງ ການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ ພ້ອມທັງສະແດງຄວາມຫວັງ ຢາກມາຢ້ຽມຢາມຫວຽດນາມ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ ການຄ້າ.

      ໂດຍຕາງໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ, ທ່ານ ປອ ຫງວຽນຢຸຍງຽນ ປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ປະເທດນີ້ໃຫ່ຮູ້ວ່າ ປະຊາຄົມຊາວ ຫວຽດນາມ ແມ່ນວົງຄະນະຍາດມີຄວາມຮັບຜິດຊອບ ຍາມໃດກໍ່ພ້ອມແລ້ວທີ່ຈະແບ່ງປັນຄວາມຫຍຸ້ງຍາກ ກັບປະຊາຊົນປະຈຳຖິ່ນໃນໄລຍະທີ່ຫຍຸ້ງຍາກ. ທ່ານຢືນຢັນວ່າ ປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້ຈະນັບມື້ນັບເຊື່ອມໂຍງຢ່າງກວ້າງເລິກ ແລະ ມີຄຸນນະພາບ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຢູ່ປະເທດປະຈຳຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ