ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ກ່າວ​ເຕືອນ​ຄວາມ​ຫຼຸ​ດ​ໜ້ອຍ​ຖອຍ​ລົງ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິ​ງ​ຊາຍ

(VOVWORLD) -ຕາມບົດລາຍງານສະບັບຫຼ້າສຸດຂອງ EU ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ສະພາບຂາດຄວາມສະເໝີພາບລະຫວ່າງຍິງຊາຍ ໃນບັນດາຂົງເຂດໃນຊີວິດການເປັນຢູ່ເກືອບທັງໝົດ ຖືກຮ້າຍແຮງຂຶ້ນຕື່ມ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ກ່າວ​ເຕືອນ​ຄວາມ​ຫຼຸ​ດ​ໜ້ອຍ​ຖອຍ​ລົງ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ ຍິ​ງ​ຊາຍ - ảnh 1ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: TTXVN)

ໂລກລະບາດໂຄວິດ - 19 ມີຄວາມສ່ຽງເຮັດໃຫ້ບັນດາຄວາມກ້າວໜ້າທີ່ບັນລຸໄດ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິ່ງຊາຍ ຖືກຕ່າວປິນ ເຊິ່ງເຫດຜົນແມ່ນຍ້ອນແມ່ຍິງຮັບປະກັນວຽກງານເບິ່ງແຍງດູແລເດັກນ້ອຍ ໃນກໍລະນີຖືກປິດລ້ອມ ແລະ ຕ້ອງເຮັດວຽກງານທີ່ຊ້ອມແຝງຄວາມສ່ຽງຫຼາຍຢ່າງ.

ນີ້ແມ່ນຄຳກ່າວເຕືອນຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ທີ່ໄດ້ຍົກອອກມາໃນວັນທີ 6 ມີນາ ໃນສານເນື່ອງໃນໂອກາດວັນແມ່ຍິງສາກົນທີ່ 8 ມີນາ. ຕາມທ່ານນາງ Angela Merkel ແລ້ວ, ບັນດາປະເທດຕ້ອງມີການກະທຳ ເພື່ອໂລກລະບາດບໍ່ເຮັດໃຫ້ໂລກກັບຄືນສູ່ສະພາບການຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍຄືເມື່ອກ່ອນ. ທ່ານນາງກໍ່ເນັ້ນໜັກວ່າ ວິກິດການດ້ານສາທາລະນະສຸກນີ້ ໄດ້ກໍ່ຜົນກກະທົບຕໍ່ແມ່ຍິງຢ່າງບໍ່ມີຄວາມຍຸຕິທຳ

ຕາມບົດລາຍງານສະບັບຫຼ້າສຸດຂອງ EU ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ສະພາບຂາດຄວາມສະເໝີພາບລະຫວ່າງຍິງຊາຍ ໃນບັນດາຂົງເຂດໃນຊີວິດການເປັນຢູ່ເກືອບທັງໝົດ ຖືກຮ້າຍແຮງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ