ນາຍົກລັດຖະມົນຕີ ເຢຍລະມັນ ຫວັງວ່າ G20 ຈະບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບບັນຫາຕ້ານກໍ່ການຮ້າຍ

(VOVWORLD) - ທ່ານນາງ Angela Merkel, ນາຍົກລັດຖະມົນຕີ ເຢຍລະມັນ ສະແດງຄວາມຫວັງວ່າ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າຂອງໂລກ (G20) ຈະບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບບັນຫາຕ້ານກໍ່ການຮ້າຍສາກົນທີ່ກອງປະຊຸມສຸດຍອດຂອງກຸ່ມເຊິ່ງຈັດຂຶ້ນໃນທ້າຍອາທິດນີ້ຢູ່ Humburg, ປະເທດເຢຍລະມັນ. 
 

ນາຍົກລັດຖະມົນຕີ ເຢຍລະມັນ ຫວັງວ່າ G20 ຈະບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບບັນຫາຕ້ານກໍ່ການຮ້າຍ - ảnh 1 ທ່ານນາງ Angela Merkel, ນາຍົກລັດຖະມົນຕີ ເຢຍລະມັນ

(ພາບ໋ ສຳນັກຂ່າວສານ ຫວຽດນາມ)

ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນທີ 3 ກໍລະກົດ, ທ່ານນາງນາຍົກລັດຖະມົນຕີ Merkel ເນັ້ນໜັກວ່າ: ທ່ານນາງບໍ່ຄິດວ່າບັນດາຝ່າຍຈະເປັນເອກະພາບທາງດ້ານທັດສະນະກ່ຽວກັບທຸກໆບັນຫາໃນຈຸດເວລາສຸດທ້າຍ ແຕ່ກໍ່ແມ່ນສິ່ງທີ່ດີເມື່ອອາດສາມາດມີການແລກປ່ຽນນຳກັນກ່ຽວກັບທຸກໆບັນຫາການທູດສາກົນ.

        ແລະກໍ່ໃນວັນດຽວກັນ, ທ່ານ Steffen Seibert, ໂຄສົກຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ ໃຫ້ຮູ້ວ່າ: ທ່ານນາງ Merkel ມີແຜນການພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 6 ກໍລະກົດຈະມາເຖິງ, ກ່ອນທີ່ຈັດກອງປະຊຸມສຸດຍອດ G20.

ຕອບກັບ

ຂ່າວ/ບົດ​ອື່ນ