ນາຍົກລັດຖະມົນຕີ ເຢຍລະມັນ ຮັບຮູ້ວ່າ ຈະເຈລະຈາສ້າງຕັ້ງສຳພັນທະມິດກັບ FDP ແລະ ພັກຂຽວ

(VOVWORLD) - ວັນທີ 7 ຕຸລາ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຮັບຮູ້ວ່າ ທ່ານນາງຈະດຳເນີນການເຈລະຈາກັບພັກປະຊາທິປະໄຕເສລີ (FDP) ແລະ ພັກຂຽວ 
ນາຍົກລັດຖະມົນຕີ ເຢຍລະມັນ ຮັບຮູ້ວ່າ ຈະເຈລະຈາສ້າງຕັ້ງສຳພັນທະມິດກັບ FDP ແລະ ພັກຂຽວ - ảnh 1 ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  (ພາບ: AFP/TTXVN)

ເພື່ອສ້າງຕັ້ງລັດຖະບານສຳພັນທະມິດ ພາຍຫລັງການເລືອກຕັ້ງທົ່ວປະເທດເມື່ອເດືອນກ່ອນ. ກ່າວຄຳເຫັນທີ່ນະຄອນ Dresden ທາງທິດຕາເວັນອອກຊອງປະເທດ ເຢຍລະມັນ, ທ່ານນາງ Angela Merkel ໃຫ້ຮູ້ວ່າ: ບັນດາການເຈລະຈາຈະປະສົບກັບຄວາມຫຍຸ້ງຍາກແຕ່ “ຂ້າພະເຈົ້າຫວັງວ່າ ສຳພັນທະມິດຈະໄດ້ຮັບການສ້າງຂຶ້ນ”

        ຄາດຄະເນວ່າ ບັນດາການເຈລະຈາ ຈະເລີ່ມຕົ້ນໃນ 2, 3 ວັນຈະມາເຖິງ ແລະ ຄາດວ່າລັດຖະບານພັນທະມິດໃໝ່ ຈະໄດ້ສ້າງຂຶ້ນໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ