ນາຍົກລັດຖະມົນຕີ ເຢຍລະມັນ ເຄື່ອນໄຫວຢ້ຽມຢາມບັນດາປະເທດ ອາເມລິກາ ລາຕິນ

(VOVWORLD) - ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ບັນດາວິສາຫະກິດ ເຢຍລະມັນພວກຊອກຫາກາລະໂອກາດໃໝ່ຢູ່ຕ່າງປະເທດ ເພື່ອຫັນການສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ ພາຍຫຼັງເກີດວິກິດການເສດຖະກິດຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ກໍ່ຂຶ້ນ.

ວັນທີ 28 ມັງກອນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz  ເລີ່ມ ເຄື່ອນໄຫວຢ້ຽມຢາມບັນດາປະເທດອາເມລິກາ ລາຕິນ ຄື: ອັກຊັງຕິນ, ຈີເລ ແລະ ບຣາຊິນ, ເຊິ່ງເປັນ 3 ປະເທດມີແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບຸນທີ່ສຸດ ແລະ ແມ່ນບັນດາຄູ່ຮ່ວມມືມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງ ເຢຍລະມັນ - ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ສຸດຢູ່ສະຫະພາບເອີລົບ (ອີຢູ). ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ບັນດາວິສາຫະກິດ ເຢຍລະມັນພວກຊອກຫາກາລະໂອກາດໃໝ່ຢູ່ຕ່າງປະເທດ ເພື່ອຫັນການສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ ພາຍຫຼັງເກີດວິກິດການເສດຖະກິດຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ກໍ່ຂຶ້ນ.

          ເມື່ອຕອບສຳພາດນັກຂ່າວສະມາຄົມບັນດາອົງການສື່ມວນຊົນ ອາເມລິກາ ໃຕ້ (GDA) ກ່ອນການ ເຄື່ອນໄຫວຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Olaf Scholz   ໄດ້ຊີ້ແຈ້ງ: ເຢຍລະມັນຢາກເພີ່ມທະວີການຮ່ວມມືກັບພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ ໃນບັນດາຂົງເຂດ ພະລັງງານທົດແທນ, ເຕັກໂນໂລຊີ hydro ຂຽວ ແລະ ການຄ້າມີຄວາມຮັບຜິດຊອບຕໍ່ແຫຼ່ງວັດຖຸດິບ.

ຕອບກັບ

ຂ່າວ/ບົດ​ອື່ນ