ນາຍົກລັດຖະມົນຕີ ເຢຍລະມັນ ໄປປະຕິບັດງານຢູ່ 03 ປະເທດ ອາຟະລິກາ

(VOVWORLD) -ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ອອກຈາກນະຄອນຫຼວງ Berlin, ເລີ່ມຕົ້ນການເດີນທາງໄປປະຕິບັດການຢ້ຽມຢາມ ເປັນເວລາ 03 ວັນຢູ່ 03 ປະເທດ ອາຟະລິກາ ລວມມີ ບວກກີີນາຟາໂຊ, ມາລີີ ແລະ ນີເຊ.
ນາຍົກລັດຖະມົນຕີ ເຢຍລະມັນ ໄປປະຕິບັດງານຢູ່ 03 ປະເທດ ອາຟະລິກາ - ảnh 1 ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: TTXVN)

ຕອນຄໍ່າວັນທີ 30 ເມສາ,  ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ອອກຈາກນະຄອນຫຼວງ Berlin, ເລີ່ມຕົ້ນການເດີນທາງໄປປະຕິບັດການຢ້ຽມຢາມ ເປັນເວລາ 03 ວັນຢູ່ 03 ປະເທດ ອາຟະລິກາ ລວມມີ ບວກກີີນາຟາໂຊ, ມາລີີ ແລະ ນີເຊ.

        ໂດຍຕ່າງຈາກບັນດາການຢ້ຽມຢາມຫວ່າງມໍ່ໆມານີ້, ໃນຄັ້ງນີ້ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄປຍັງ ອາຟະລິກາ ແຕ່ບໍ່ມີຄະນະວິສາຫະກິດໄປນໍາ. ຈຸດສຸມຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ການສ້າງສັນຕິພາບ, ກໍຄືແກ້ໄຂບັນດາບັນຫາຕ້ານການກໍ່ການຮ້າຍ ແລະ ສະກັດກັ້ນສະພາບຊາວອົບພະຍົບ ຢ່າງຜິດກົດໝາຍ.

        ຕາມແຜນການແລ້ວ, ທ່ານນາງ Angela Merkel ຈະມີບັນດາການພົບປະກັບການນໍາ 03 ປະເທດດັ່ງກ່າວ ຕ່າງຫາກ ແລະ ເຂົ້າຮ່ວມບັນດາກອງປະຊຸມກັບການນໍາ 5 ປະເທດເຂດ Sahel ຢູ່ນະຄອນຫຼວງ Ougadougou, ປະເທດບວກກີນາຟາໂຊ.


ຕອບກັບ

ຂ່າວ/ບົດ​ອື່ນ