ນາຍົກລັດຖະມົນຕີ ແລະ ພັນລະຍາ ໄປຮອດ Ankara, ເລີ່ມຕົ້ນການຢ້ຽມຢາມ ຕວກກີ ຄັ້ງທຳອິດຢ່າງເປັນທາງການ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ຕວກກີ ຄັ້ງທຳອິດຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ, ພ້ອມນັ້ນແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງທຳອິດລະຫວ່າງສອງປະເທດນັບແຕ່ປີ 2018.
ນາຍົກລັດຖະມົນຕີ ແລະ ພັນລະຍາ ໄປຮອດ Ankara, ເລີ່ມຕົ້ນການຢ້ຽມຢາມ ຕວກກີ ຄັ້ງທຳອິດຢ່າງເປັນທາງການ - ảnh 1ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ທີ່ສະໜາມບິນ ສາກົນ Esenboga (ພາບ:VOV)

 

ຕອນຄ່ຳວັນທີ 28 ພະຈິກ (ຮຸ່ງເຊົ້າວັນທີ 29 ພະຈິກ ຕາມເວລາ ຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Esenboga ຢູ່ນະຄອນຫຼວງ Ankara, ປະເທດ ຕວກກີ, ເລີ່ມຕົ້ນການຢ້ຽມຢາມຕວກກີ ຢ່າງເປັນທາງການໃນວັນທີ 29 – 30 ພະຈິກ, ຕາມຄຳເຊີນຂອງລັດຖະບານ ສ ຕວກກີ.

        ນີ້ແມ່ນການຢ້ຽມຢາມ ຕວກກີ ຄັ້ງທຳອິດຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ, ພ້ອມນັ້ນແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງທຳອິດລະຫວ່າງສອງປະເທດນັບແຕ່ປີ 2018. ຄາດວ່າ, ໃນ ການເຄື່ອນໄຫວຢ້ຽມຢາມຕວກກີ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຈລະຈາ, ພົບປະກັບທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan, ທ່ານຮອງປະທານາທິບໍດີ ຕວກກີ Cevdet Yilmaz, ທ່ານປະທານສະພາແຫ່ງຊາດ ຕວກກີ Numan Kurtulmus…

        ພາຍຫຼັງ 45 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (7/6/1978 – 7/6/2023), ການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຕວກກີ ໄດ້ພັດທະນາຢ່າງດີງາມໃນຫຼາຍຂົງເຂດ, ຄື: ການເມືອງ, ເສດຖະກິດ, ການຄ້າ, ການສຶກສາ, ວັດທະນະທຳ… ສອງປະເທດແບ່ງປັນຫຼາຍຈຸດຄ້າຍຄືກັນກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ການພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ