ນາຍົກລັດຖະມົນຕີ ໂມຊຳບິກ ຢ້ຽມຢາມຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບຢູ່ຫວຽດນ

(VOVWORLD) - ຕອນບ່າຍວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງແຫ່ງສາທາລະນະລັດ ໂມຊຳບິກ ໂດຍທ່ານນາຍົກລັດຖະມົນຕີ Carlos Agostinho do Rosario ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະກຳມະການແຫ່ງຊາດ ຮັບມືກັບເຫດຮ້າຍ, ໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບຂອງ ຫວຽດນາມ. 
ນາຍົກລັດຖະມົນຕີ ໂມຊຳບິກ ຢ້ຽມຢາມຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບຢູ່ຫວຽດນ - ảnh 1 ທ່ານນາຍົກລັດຖະມົນຕີ Carlos Agostinho do Rosario

ນະທີ່ນີ້, ທ່ານ ຟ້າມງອກມີງ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງປະທານຜູ້ປະຈຳການຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງວຽກງານຮັບມືກັບເຫດຮ້າຍ, ໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ເພື່ອແນໃສ່ຫລຸດຜ່ອນຄວາມເສຍຫາຍໃນບັນດາເຫດຮ້າຍ, ໄພພິບັດທຳມະຊາດໃຫ້ຢູ່ໃນລະດັບຕ່ຳສຸດ. ທ່ານນາຍົກລັດຖະມົນຕີ Carlos Agostinho do Rosario ຖືວ່າ: ໃນໄລຍະຈະມາເຖິງ, ຄະນະກຳມະການແຫ່ງຊາດຮັບມືກັບໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບຂອງ ຫວຽດນາມ ອາດຈະຮ່ວມມືກັບ ໂມຊຳບີກ ໃນການຊອກຮູ້ຮູບແບບການຈັດຕັ້ງຮັບມືກັບບັນດາໄພພິບັດທຳມະຊາດ, ພິເສດແມ່ນແບ່ງປັນບົດຮຽນ, ທັກສະໃນການເຄື່ອນໄຫວຮັບມືກັບໄພພິບັດທຳມະຊາດ, ອຸບັດຕິເຫດການຂຸດຄົ້ນບໍ່ແຮ່.

ຕອບກັບ

ຂ່າວ/ບົດ​ອື່ນ