ນາຍົກລັດຖະມົນຕີ ໄທ ຈັດກອງປະຊຸມຖະແຫຼງຂ່າວສາກົນກ່ຽວກັບໝາກຜົນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

(VOVWORLD) - ວັນທີ 23 ມິຖຸນາ, ທີ່ນະຄອນຫລວງ ບາງກອກ, ປະເທດ ໄທ, ທ່ານນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ເພື່ອແຈ້ງໃຫ້ຊາບເຖິງໝາກຜົນຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.

ນາຍົກລັດຖະມົນຕີ ໄທ ຈັດກອງປະຊຸມຖະແຫຼງຂ່າວສາກົນກ່ຽວກັບໝາກຜົນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 - ảnh 1 ທ່ານນາຍົກລັດຖະມົນຕີ ໄທ ຈັດກອງປະຊຸມຖະແຫຼງຂ່າວສາກົນກ່ຽວກັບໝາກຜົນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ທ່ານນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ບັນດາການນຳຂັ້ນສູງ ອາຊຽນ ໄດ້ຮັບຮອງເອົາເອກະສານສຳຄັນບາງສະບັບ ແນໃສ່ສ້າງພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ອາຊຽນ. ກອງປະຊຸມຮັບຮອງເອົາ “ຖະແຫຼງການ ບາງກອກ ກ່ຽວກັບການຕ້ານຂີ້ເຫຍື້ອທະເລຢູ່ພາກພື້ນ ອາຊຽນ”, ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາຊຽນ ທີ່ແນໃສ່ແກ້ໄຂບັນຫາຂີ້ເຫຍື້ອທະເລ.

        ແລະກໍ່ໃນກອງປະຊຸມຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີ ໄທ ປຣະຣຸດ ຈັນໂອຊາ ໃຫ້ຮູ້ວ່າ: ບັນດາການນຳ ອາຊຽນ ໄດ້ສະໜັບສະໜູນແນວຄວາມຄິດບັນດາປະເທດ ອາຊຽນ ພ້ອມກັນເປັນເຈົ້າພາບຈັດຕັ້ງ World Cup 2034. ພ້ອມທັງໃຫ້ຮູ້ວ່າ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຈະດຳເນີນໃນເດືອນ ພະຈິກ ໃນປີນີ້ ດ້ວຍການເຂົ້າຮ່ວມຂອງການນຳບັນດາຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ