ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຍົກ​ເລີກ​ສະ​ພາ​ວະ​ສຸກ​ເສີນລະ​ດັບ “ຮ້າຍ​ແຮງ" ​ຢູ່​ນະ​ຄອນຫຼວງ ບາງກອກ

(VOVWORLD) -        ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ ໄດ້ຍົກເລີກສະພາວະສຸກເສີນລະດັບ “ຮ້າຍແຮງ” ຢູ່ນະຄອນຫຼວງ ບາງກອກ ແລະ ບັນດາຄຳສັ່ງທີ່ກ່ຽວຂ້ອງ ເຊິ່ງໄດ້ປະກາດໃຊ້ໃນວັນທີ 15 ຕຸລາ ໃນສະພາບການເກີດບັນດາການແຫ່ຂະບວນປະທ້ວງຕ້ານຄືນລັດຖະບານ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຍົກ​ເລີກ​ສະ​ພາ​ວະ​ສຸກ​ເສີນລະ​ດັບ “ຮ້າຍ​ແຮງ  ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ (ພາບ: TTXVN) 

ຄຳປະກາດຍົກເລີກສະພາວະສຸກເສີນ ຢ່າງຮ້າຍແຮງ ໄດ້ປະຕິບັດນັບແຕ່ເວລາ 12 ໂມງຂອງວັນທີ 22 ຕຸລາ ເປັນຕົ້ນໄປ. ກ່ອນໜ້ານັ້ນ, ໃນບົດກ່າວປາໄສໃນຊ່ອງໂທລະພາບຂອງຕອນຄ່ຳວັນທີ 21 ຕຸລາ, ທ່ານນາຍົກລັດຖະມົນຕີ ໄທ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນໃນສະພາບການປະທະກັນດ້ານການເມືອງປີນຂັ້ນໄດ ແລະ ໝັ້ນໝາຍວ່າ ຈະຍົກເລີກສະພາວະສຸກເສີນ ລະດັບ “ຮ້າຍແຮງ” ຢູ່ນະຄອນຫຼວງ ຖ້າຫາກວ່າບໍ່ເກີດການໃຊ້ຄວາມຮຸນແຮງ. ທ່ານນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ ຊີ້ແຈ້ງວ່າ ມີວິທີໜຶ່ງດຽວເພື່ອຫຼຸດພົ້ນອອກຈາກການປະທະກັນ ແຕ່ບໍ່ສົ່ງຜົນເສຍຫາຍຕໍ່ປະເທດຊາດ ນັ້ນແມ່ນ ການເຈລະຈາ, ເຄົາລົບກົດໝາຍ ແລະ ພ້ອມກັນແກ້ໄຂຕາມຂັ້ນຕອນຂອງ ລັດຖະສະພາ. ທ່ານ ປະຢຸດ ຈັນໂອຊາ ເນັ້ນໜັກວ່າ ປັດຈຸບັນ, ລັດຖະບານພວມປະເຊີນໜ້າກັບບັນຫາທີ່ຮ້ອນເຮັ່ງຄ້າຍຄືກັນ ນັ້ນແມ່ນຫຼຸດຜ່ອນການກະທົບຂອງໂລກລະບາດໂຄວິດ - 19 ທີ່ມີຕໍ່ພື້ນຖານເສດຖະກິດ.

       

ຕອບກັບ

ຂ່າວ/ບົດ​ອື່ນ