ນາ​ຍົກ​ລັດ​ຖະມົນ​ຕີ ໄທ ປະ​ກ​າດ ສິ້ນ​ສຸດ​ລະ​ບອບກອງ​ທັ​ບກຳອຳນາດ

(VOVWORLD) - ວັນທີ 15 ກໍລະກົດ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ໄດ້ລາອອກຈາຕຳແໜ່ງຜູ້ນຳ ອຳນາດການປົກຄອງການທະຫານ, ພ້ອມທັງຢັ້ງຢືນວ່າ ປະເທດນີ້ຈະເຄື່ອນໄຫວຄືກັນກັບລະບອບປະຊາທິປະໄຕທຳມະດາພາຍຫຼັງ 5 ປີ ກອງທັບກຳອຳນາດ.
ນາ​ຍົກ​ລັດ​ຖະມົນ​ຕີ ໄທ ປະ​ກ​າດ ສິ້ນ​ສຸດ​ລະ​ບອບກອງ​ທັ​ບກຳອຳນາດ - ảnh 1ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ (ພາບ: AFP/TTXVN) 

ໃນບົດກ່າວປາໄສທີ່ໄດ້ອອກອາກາດໃນຊ່ອງໂທລະພາບທົ່ວປະເທດ, ທ່ານ ປຣາຢຸດ ຈັນໂອຊາ ຖືວ່າ ປັດຈຸບັນ ໄທແມ່ນປະເທດປະຊາທິປະໄຕຢ່າງສົມບູນດ້ວຍລະບອບລາຊາທິປະໄຕ ແລະ ສະພາແຫ່ງຊາດມີບັນດາສາມາຊິກທີ່ໄດ້ຮັບການເລືອກຕັ້ງ. ທຸກບັນຫາຈະໄດ້ແກ້ໄຂດ້ວຍວິທີທຳມະດາບົນພື້ນຖານລະບົບປະຊາທິປະໄຕທີ່ບໍ່ນຳໃຊ້ບັນດາສິດອຳນາດພິເສດ.

        ອາທິດກ່ອນ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ໄດ້ນຳໃຊ້ບັນດາສິດອຳນາດພິເສດຂອງຕົນເທື່ອສຸດທ້າຍ ເພື່ອຍົກເລີກບັນດາຄຳສັ່ງຫ້າມສຳລັບສື່ມວນຊົນແລະ ໄດ້ນຳສົ່ງບັນດາຄະດີທັງໝົດທີ່ກ່ຽວຂ້ອງເຖິງໂທດຕ້ານຄືນຄຳສັ່ງຂອງ ທ່ານໄປຍັງບັນດາສານແພງ, ຢຸດຕິການກຳອຳນາດຂອງກອງທັບ.

ຕອບກັບ

ຂ່າວ/ບົດ​ອື່ນ