ນາຍົກລັດຖະມົນຕີMerkelໄປຍັງປັກກິ່ງເຂົ້າຮ່ວມປຶກສາລະຫວ່າງລັດຖະບານຈີນ-ເຢຍລະມັນ

ນາຍົກລັດຖະມົນຕີMerkelໄປຍັງປັກກິ່ງເຂົ້າຮ່ວມປຶກສາລະຫວ່າງລັດຖະບານຈີນ-ເຢຍລະມັນ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະມັນ Angela Merkel
(ພາບ: AFP)

(vovworld) –  ຕອນ​ຄຳ່​ວັນ​ທີ 11/6, ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະມັນ Angela Merkel ​ໄດ້​ນຳ​ໜ້າຄະນະ​ຜູ້​ແທນ​ລັດຖະບານ ​ເຢຍລະ​ມັນ ​​ເດີນທາງ​ໄປ​ຍັງ ປັກ​ກິ່ງ (ປະ​ເທດ ຈີນ), ​ເພື່ອ​ດຳ​ເນີນ​ການ​ປຶກສາຄັ້ງ​ທີ 4 ລະຫວ່າງ​ລັດຖະບານ 2 ປະ​ເທດ. ກ່າ​ວຄຳ​ເຫັນ​ທີ່​ແບກ​​ແລງກ່ອນ​ທີ່​ອອກ​ເດີນທາງ, ທ່ານ​ນາງ Merkel ​ ​ເນັ້ນ​ໜັກ​ຄວາມ​ໝາຍ “ສຳຄັນ​ພິ​ເສດ” ຂອງ​ການ​ປຶກສາ​ຄັ້ງ​ນີ້, ປະກອບສ່ວນ​ປັບປຸງ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ກ້ວາງ​ຂວາງລະຫວ່າງ 2 ປະ​ເທດ. ຕາມ​ການ​ນຳ ​ເຢຍລະ​ມັນ ​ແລ້ວ, ການ​ຮ່ວມ​ມື​ຜ່ານ​ບັນດາ​​ໂຄງການ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ລະຫວ່າງ 2 ປະ​ເທດ​ນີ້​ນັບ​ມື້​ນັບ​ໃຫຍ່​ຫຼວງ​ກ່ວາ ພາຍຫຼັງ​ລັດຖະບານ 2 ປະ​ເທດ​ບັນລຸ​ໄດ້​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ປີ 2014.

        ສື່​ມວນ​ຊົນ ​ເຢຍລະ​ມັນ ​ໃຫ້​ຂໍ້​ສັງ​ເກດວ່າ ທ່ານນາງ Merkel ​ຕັ້ງ​ຄວາມ​ຫວັງ​ຫຼາຍ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ເຖິງ ຈີນ ຄັ້ງ​ນີ້.


ຂ່າວ/ບົດ​ອື່ນ