ນາຍົກລັດຖະມົນຕີການາດາຄົນໃໝ່ຈະຮັບດຳລົງຕຳແໜ່ງໃນວັນທີ 4/11

ນາຍົກລັດຖະມົນຕີການາດາຄົນໃໝ່ຈະຮັບດຳລົງຕຳແໜ່ງໃນວັນທີ 4/11 - ảnh 1


ນາຍົກລັດຖະມົນຕີ ກາ​ນາ​ດາ ຜູ້​ຫາ​ກໍ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ ຂອງການາດາ Justin Trudeau
ທີ່ການປະຊຸມຂ່າວຢູ່ Ottawa
 (ພາບ: THX/TTXVN)

(vovworld) - ຫ້ອງ​ວ່າການ​ອຳນາດ​ເຕັມ​ ກາ​ນາ​ດາ ຫາ​ກໍ່​ແຈ້ງ​ໃຫ້​ຮູ້​ວ່າ, ນາຍົກລັດຖະມົນຕີ ກາ​ນາ​ດາ ຜູ້​ຫາ​ກໍ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ Justin Trudeau, ປະທານ​ພັກ​ເສລີ (LIB) ຈະສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 4/11 ພ້ອມ​ກັບ​ບັນດາ​ສະມາຊິກ​ຄົນໃໝ່​ໃນລັດຖະບານ 25 ທ່ານ. ຜູ້​ມີ​ອຳນາດ​ເຕັມ​ກາ​ນາ​ດາ David Johnston ຈະ​ເປັນ​ປະທານ​ພິທີ​ດັ່ງກ່າວ. ດ້ວຍ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທີ 42 ​ໃນ​ວັນ​ທີ 19/10, ທ່ານ Justin Trudeau ຈະ​ກາຍ​ເປັນ​ນາຍົກລັດຖະມົນຕີທີ 23 ຂອງ​ປະ​ເທດ​ ອາ​ເມ​ລິ​ກາ​ເໜືອ​ນີ້, ທັງ​ເປັນ​ນາຍົກລັດຖະມົນຕີໜຸ່ມທີ 2 ​ໃນ​ປະຫວັດສາດ​ກາ​ນາ​ດາ.

ຂ່າວ/ບົດ​ອື່ນ