ນາຍົກລັດຖະມົນຕີກຳປູເຈຍ ຮຽກຮ້ອງປະຊາຊົນສາມັກຄີກັນ ເພື່ອສັນຕິພາບ

ນາຍົກລັດຖະມົນຕີກຳປູເຈຍ ຮຽກຮ້ອງປະຊາຊົນສາມັກຄີກັນ ເພື່ອສັນຕິພາບ - ảnh 1
ທ່ານນາຍົກລັດຖະມົນຕີ Hun Sen ແລະ ປະຊາຊົນເມືອງ Khmsach Kandal, ແຂວງ Kandal
(ພາບ: Trần Chí Hùng/Vietnam+)

(vovworld) – ວັນ​ທີ 2/8, ນາຍົກລັດຖະມົນຕີລາຊະ​ອານາຈັກກຳປູ​ເຈຍ ຮຸນ​ແຊນ , ຮອງ​ປະທານພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ ​ໄດ້​ຮຽກຮ້ອງ​ປະຊາຊົນ​ກຳປູ​ເຈຍ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ສະກັດ​ກັ້ນ​ການ​ແບ່ງ​ແຍກ​ພາຍ​ໃນ​ປະ​ເທດ. ຖະ​ແຫຼ​ງການ​ຂອງນາຍົກລັດຖະມົນຕີ ຮຸນ​ແຊນ ຊີ້​ແຈ້ງວ່າ: “​ເສັ້ນທາງ​ໜຶ່ງ​ດຽວ​ເພື່ອ​ຮັບປະກັນ​ສັນຕິພາບ​ໃຫ້​ແກ່​ປະ​ເທດ​ຊາດ ນັ້ນ​ແມ່ນ​ປະຊາຊົນ​ກຳປູ​ເຈຍ​ຕ້ອງ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ສ້າງ​ເປັນຄວາມ​ສາມັກຄີ“. ທ່ານ ຮຸນ​ແຊນ ຮຽກຮ້ອງ​ໃຫ້​ພົນລະ​ເມືອງ​ພາຍ​ໃນ​ປະ​ເທດ​ຢຸດຕິ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ຜ່ານ​ມາ. ທ່ານ​ຢືນຢັນ​ວ່າ ພັກ CPP ຍາດ​ໄດ້​ໄຊຊະນະ ​ແລະ ມີ​ຂໍ້​ລິ​ເລີ່​ມຈະ​ເຈລະຈາ​ກັບບັນດາ​ສະມາຊິກ​ຂອງ​ພັກ​ຝ່າຍ​ຄ້ານ​ເພື່ອ​ແກ້​ໄຂ​ຄວາມ​ຄັດ​ແຍ້​ງກັນ ​ເພື່ອ​ສັນຕິພາບ​ຂອງ​ປະ​ເທດ. ​ໂດຍ​ລະອຽດ​ແມ່ນ CPP ​ໄດ້​ສ້າງ​ຕັ້ງ​ກຸ່ມ​ເຮັດ​ວຽກ ​ເພື່ອ​ເຈລະຈາ​ກັບ​ພັກ CNRP ຂອງ​ທ່ານ ຊາມ​ເຣນຊີ . ວັນ​ທີ 1/8, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ (NEC) ​ໃຫ້​ຮູ້​ວ່າ, ອົງການ​ນີ້​ຈະ​ເຊີນ​ບັນດາ​ນັກ​ສັງ​ເກດ​ການ​ມາກ​ວດກາ​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ອະ​ຍຸ​ການ​ທີ 5 . ​ແລະ​ຄາດ​ວ່າ​ວິວັດ​ການ​ກວດກາ​ນີ້​ຈະ​ເລີ່​ມຕົ້ນ​ໃນ​ວັນ​ທີ 3/8.

 

ຂ່າວ/ບົດ​ອື່ນ