ນາຍົກລັດຖະມົນຕີກຳປູເຈຍກ່າວເຕື່ອນຈະມີການກະທຳດ້ານກົດໝາຍສຳລັບຫົວໜ້າຝ່າຍຄ້ານ

ນາຍົກລັດຖະມົນຕີກຳປູເຈຍກ່າວເຕື່ອນຈະມີການກະທຳດ້ານກົດໝາຍສຳລັບຫົວໜ້າຝ່າຍຄ້ານ - ảnh 1
ທ່ານ​ນາຍົກລັດຖະມົນຕີ Hun Sen
(ພາບປະກອບ)


(vovworld) – ທ່ານ​ນາຍົກລັດຖະມົນ​ຕີ​ກຳປູ​ເຈຍ ທັງ​​ເປັນປະທານ​ພັກ​ປະຊາຊົນ​ກຳ​ປູ​ເຈຍ (CPP) ກຳ​ອຳນາດ Hun Sen ​ກ່າ​ວ​ເຕື່ອນວ່າ ຈະ​ມີ​ການ​ກະທຳ​ດ້ານ​ກົດໝາຍ​ສຳລັບ​ທ່ານ Sam Rainsy, ປະທານພັກ​ກູ​້ຊາດ (CNRP) ຝ່າຍ​ຄ້ານ, ຖ້າ​ຫາກ​ທ່ານ​ນີ້​ສືບ​ຕໍ່​ຕູ່​ຫາ CPP ຢາກ​ຫຼິກລ້ຽງ​​ການ​​​ເລ​ືອກຕັ້ງຕ່າງໆ​ໃນ​ອະນາຄົດ. ກ່າວ​ຄຳ​ເຫັນ​ທີ່​ໃນ​​ເທບ​ວີ​ດີ​​ໂອ ​ໂດຍ​ກົງ​ຜ່ານ​​Facebook ​ສ່ວນ​ຕົວໃນ​ວັນ​ທີ 12/11, ທ່ານ​ນາຍົກລັດຖະມົນຕີ Hun Sen ຢືນຢັນ​ວ່າ ບັນດາ​ຄຳ​ກ່າວ​ຫາ​ຂອງ​ທ່ານ Sam Rainsy ​ແມ່ນການ​ກະທຳ​ໃສ່​ຮ້າຍ​ປາຍ​ສີ ​ແລະ ອາດ​ຈະ​ຖືກ​ຟ້ອງສານ​ອາຍາ. ຄຳ​ກ່າວ​ເຕື່ອນຂອງ​ທ່ານ​ Hun Sen ຖືກ​ຍົກ​ອອກ​ມາ ພາຍຫຼັງ​ຫົວໜ້າ​ພັກ​ຝ່າຍ​ຄ້​້ານ Sam Rainsy ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ສາກົນ ​ເພີ່ມ​ທະ​ວີ​ການ​ຕິດຕາມ​ເພື່ອ​ຮັບປະກັນ​ໃຫ້​ການ​ເລືອກ​ຕັ້ງ​ສະພາປະຊາຊົນ​ບ້ານ​ປີ 2017 ​ແລະ ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ປີ 2018 ດຳ​ເນີນ​ໄປ​ຢ່າງມີປະຊາ​ທິປະ​ໄຕ.

ຂ່າວ/ບົດ​ອື່ນ