ນາຍົກລັດຖະມົນຕີຄົນໃໝ່ ຍີ່ປູ່ນ ຢາກ ປັບປຸງສາຍພົວພັນກັບ ສ ເກົາຫຼີ

ນາຍົກລັດຖະມົນຕີຄົນໃໝ່ ຍີ່ປູ່ນ ຢາກ ປັບປຸງສາຍພົວພັນກັບ ສ ເກົາຫຼີ - ảnh 1
ທ່ານນາຍົກລັດຖະມົນຕີ ຍີ່ປູ່ນ Shinzo Abe
(ພາບ: ອີນເຕີເນັດ)

(vovworld) - ​ຕາມ​ສຳນັກ​ຂ່າວສານ ຍີ່​ປູ່​ນ Kyodo ​ແລ້ວ, ວັນ​ທີ 1/1, ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ ຍີ່​ປູ່​ນ Shinzo Abe​ ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທ່ານ​ທູດ​ພິ​ເສດ Fukushiro Nukaga ​ໄປ​ຍັງ ສ ​ເກົາຫຼີ ​ເພື່ອ​ຊອກ​ຫາ​ວິທີ​ປັບປຸງ​ການ​ພົວພັນ​ກັບ Seoul. ທ່າ​ນາຍົກລັດຖະມົນຕີ Abe ມີ​ແຜນການ​ສົ່ງ​ທ່ານ Nukaga, ​ເຊິ່ງ​ແມ່ນ​ສະມາຊິກ​ສະພາ​ແຫ່ງ​ຊາດ ອາວຸ​ໂສ ​ແລະ ກໍ່​ແມ່ນ​ອະ​ດິດລັດຖະມົນຕີ​ການ​ເງິນ ​ໄປ​ຍັງ Seoul ​ເພື່ອ​ພົບ​ປະ​ກັບ​ປະທານາທິບໍ​ທີ່​ຫາ​ກໍໄດ້​ຮັບ​ການ​ແຕ່​ງຕັ້ງ​ ສ ​ເກົາຫຼີ ທ່ານ​ນາງ Park Geun Hye ​ເມື່ອ​ວັນ​ທີ 4/1. ກ່າວ​ຄຳ​ເຫັນ​ພາຍຫຼັງ​ກາ​ນພົບ​ປະ​ກັບ​ນາຍົກລັດຖະມົນຕີ ຍີ່​ປູ່​ນ Abe, ທ່ານ Nukaga ​ໃຫ້​ຮູ້​ວ່າ: ນາຍົກລັດຖະມົນຕີ ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ ສົ່ງ​ສານ​ເຖິງ​ທ່ານ​ປະທານາທິບໍດີ ສ ​ເກົາຫຼີ ​ເຊິ່ງ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ສຳຄັນ​ທີ່​ສຸດ​ຂອງ ຍີ່​ປູ່​ນ. ທ່ານ​ນາຍົກລັດຖະມົນຕີ Abe ກໍ່​​ໃຫ້​ຮູ້​ວ່າ: ຢາກ​ສ້າງ​ການ​ເລີ່​ມຕົ້ນ​ທີ່​ດີງາມ​ໃນ​ການ​ພົວພັນ​ກັບ ສ ​ເກົາ​ຫຼີ ຍ້ອນ​ວ່າ: 2 ປະ​ເທດ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ຄຸ້ມ​ຄ​ອງຮ່ວມ​ກັນ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ