ນາຍົກລັດຖະມົນຕີຄູເວດສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີຄູເວດສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ແລະ
ທ່ານ​ນາຍົກລັດຖະມົ​ນຕີ Sheikh Jaber Mubarak Al-Hamad Al-Sabad
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 07/05, ທ່ານ​ນາຍົກລັດ​ຖະມົນຕີ ຄູ​ເວດ Sheikh Jaber Mubarak Al-Hamad Al-Sabad  ​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ສິ້ນ​ສຸ​ດການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດນາມ (ລະຫວ່າງ​ວັນ​ທີ 05 – 07/05). ທ່ານ​ນາຍົກລັດຖະມົນຕີ ຄູ​ເວດ Sheikh Jaber Mubarak Al-Hamad Al-Sabad ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ; ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ; ວາງ​ພວງມາລາຢູ່ອະນຸສາວະລີ​ບັນດາ​ນັກຮົບ​ວິລະ​ຊົນທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ວາງ​ພວງມາລາ ​ແລະ ​ເຂົ້າ​ສຸສານ​ອາ​ໄລ​ຫາ​ປະທານ​ໂຮ່ຈີ​ມິນ. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ຢືນຢັນ​ວ່າ ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນມິດຕະພາບ​ໃນ​ໄລຍະ​ຈະ​ມາ​ເຖິງ​ກ່ວາ​ອີກ ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ ການ​ຄ້າ, ນ້ຳມັນ​ອາຍ​ແກັສ, ການ​ລົງ​ທຶນ, ຫານ​ອຸປະ​ຖຳພັດທະນາ, ​ແຮງ​ງານ, ການ​ສຶກສາ ​ແລະ ບຳລຸງ​ສ້າງ… 2 ຝ່າຍ​ກໍ່​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​​ພາກ​ພື້ນ​ຕາ​ເວັນ​ອອ​ກກາງ ​ແລ​ະ ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ບັນດາ​ບັນຫາ​ອື່ນໆ; ​ເຫັນ​ດີ​ເປັນ​ເອກ​ະພາບ​ຈຳ​ເປັນ​ຕ້ອງມີ​ບັນດາ​ມາດ​ຕະການ​ຢ່າງ​ຕັ້ງໜ້າ ​ເພື່ອ​ແກ້​ໄຂ​ບັນດາການ​ຂັດ​ແຍ້​ງກັນ, ການ​ປະ​ທະ​ກັນ, ຮັບປະກັນ​ສັນຕິພາບ, ສະ​ຖຽນລະ​ພາບ​ຢູ່​ພາກ​ພື້ນ​ຕ່າງໆ; ສະໜັບສະໜູນ​ການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ເຄົາລົບ​ຫຼັກການ​ຂອງ​ສະຫະ​ປະຊາ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ການ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນໆ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ແລະ ທ່ານ​ນາຍົກລັດຖະມົ​ນຕີ Sheikh Jaber Mubarak Al-Hamad Al-Sabad ​ເປັນ​ສັກຂີ​ພິຍານພິທີ​ລົງ​ນາມ​​ໃນຂໍ້​ຕົກລົງ​ການ​ຮ່ວມ​ມື​ວັດທະນະທຳ - ສິລະ​ປະ, ບົກ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກິລາ, ຂໍ້​ຕົກລົງ​​ຮ່ວມ​ມື​ລະຫວ່າງ​ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກ​ຳ 2 ປະ​ເທ​ດ, ຂໍ້​ຕົກລົງ​ສືບ​ຕໍ່​ຮ່ວມ​ມື​ໃນ​ຂົງ​ເຂດ​​ກັ່ນ​ຕອງ​ນ້ຳມັນ ງີ​ເຊີນ.

ຂ່າວ/ບົດ​ອື່ນ