ນາຍົກລັດຖະມົນຕີຊີ້ນຳຈັດຕັ້ງຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕ,ຄວາມສະຫງົບເຂດຊາຍແດນ

ນາຍົກລັດຖະມົນຕີຊີ້ນຳຈັດຕັ້ງຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕ,ຄວາມສະຫງົບເຂດຊາຍແດນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ທີ່ກອງ​ປະ​ຊຸມສະ​ຫລຸບ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ປີ 2014
(ພາບ:
VGP/Nhật Bắc )

(vovworld) - ວັນ​ທີ 9/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້ປະ​ກາດ​ໃຊ້​ຄຳ​ສັ່ງ​ກ່ຽວ​ກັບ​ເລື່ອງ​ຈັດ​ຕັ້ງ​ຂະ​ບວນ​ການ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປົ​ກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ, ຄວາມ​ສ​ະ​ຫງົບ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ໃນ​ສະ​ພາບ​ການ​ໃໝ່. ຕາມນັ້ນ​ແລ້ວ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ ​ຕິດ​ກັບ​ຊາຍແດນ, ທະ​ເລ ເປັນ​ເຈົ້າ​ການສົມ​ທົບ​ກັບ​ຄະ​ນະ​ກຳ​ມ​ະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ກ​ະ​ຊວງ​ປ້ອງ​ກັນ​​ປະ​ເທດ (ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ), ກະ​ຊວງ​ຕຳຫຼວດ​ຈັດ​ຕັ້ງ​ຂະ​ບວນ​ການ​ໃຫ້​ບັນ​ດາ​ໝູ່​ຄະ​ນະ, ຄອບ​ຄົວ ແລະ ບ​ຸກ​ຄົນ ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ, ຮັກ​ສາ​ຄວາມ​ສະ​ຫງົບ, ​ປອດ​ໄພ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ເຂ​ດ​ຊາຍ​ແດນ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽ​ກ​ຮ້ອງ​ໃຫ​້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຊີ້​ນຳ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ຕຳຫຼ​ວດ​ທະ​ເລ, ກອງ​ທັບ​ເຮືອ​ສົມ​ທົບ​ກັບ​ກະ​ຊວງ​ກະ​ສິ​ກຳ ແລ​ະ ພັດ​ທະ​ນາ​ຊົນ​ນະ​ບົດ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ຊາວ​ປະ​ມົງ​ຫາ​ປາ​ຢູ່​​ໄກ​ຝັ່ງ, ໜູນ​ຊ່ວຍ​ໃນການ​ກູ້​ໄພ​ກູ້​ຊີບ​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ແຫ່ງ​ຊາດ, ເປັນ​​ເຈົ້າ​ການ​ສົມ​ທົບ​ກັບ​ກະ​ຊວງ​ຕຳຫຼວດ​ໃນ​ວຽກ​ງານ​ສ້າງ​ຂະ​ບວ​ນ​ການ​ທົ່ວ​ປວ​ງ​ຊົນ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ຮັກ​ສາ​ຄວາມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຢູ່​ເຂດ​ຊາຍ​ແດນ.

 

ຂ່າວ/ບົດ​ອື່ນ