ນາ​ຍົກ​ລັດ​ຖະ​ມົນ​ຕີຍື່ນ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ແຕ່ງຕັ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ ແລະ ສະ​ມາ​ຊິກ​ລັດ​ຖະ​ບານ 12 ທ່ານ

(VOVWORLD) -ຕອນບ່າຍວັນທີ 7 ເມສາ, ພາຍຫຼັງສະພາແຫ່ງຊາດພົ້ນຕຳແໜ່ງຮອງນາຍົກລັດຖະມົນຕີ 1 ທ່ານ ແລະ ລັດຖະມົນຕີ ພ້ອມດ້ວຍສະມາຊິກລັດຖະບານຈຳນວນໜຶ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ຍື່ນສະເໜີບັນຊີລາຍຊື່ ເພື່ອໃຫ້ສະພາແຫ່ງຊາດໃຫ້ສັດຕະຍາບັນແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ສະມາຊິກລັດຖະບານຈຳນວນໜຶ່ງ.

ບັນຊີລາຍຊື່ຍື່ນສະເໜີຕໍ່ສະພາແຫ່ງຊາດ ໃຫ້ສັດຕະຍາບັນ ແຕ່ງຕັ້ງຮອງນາຍົກລັດຖະມົນຕີ ສອງທ່ານ ນັ້ນຄືທ່ານ ເລມິນຂ໋າຍ (ອະດີດຫົວໜ້າອົງການກວດກາລັດຖະບານ) ແລະ ທ່ານ ເລວັນແທັ່ງ (ເລຂາຄະນະພັກນະຄອນ ຫ໋າຍຟ່ອງ).

ນາ​ຍົກ​ລັດ​ຖະ​ມົນ​ຕີຍື່ນ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ແຕ່ງຕັ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ ແລະ ສະ​ມາ​ຊິກ​ລັດ​ຖະ​ບານ 12 ທ່ານ - ảnh 1ທ່ານ ເລມິນຂ໋າຍ (ເບື້ອງຊ້າຍ) ແລະ ທ່ານ ເລວັນແທັ່ງ ໄດ້ຮັບການສະເໜີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນແຕ່ງຕັ້ງດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ (ພາບ: vov.vn)

ທ່ານນາຍົກລັດຖະມົນຕີ ກໍຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນ ແຕ່່ງຕັ້ງສະມາຊິກລັດຖະບານ 12 ທ່ານ, ໃນນັ້ນ ມີລັດຖະມົນຕີ 9 ທ່ານ, ລວມມີລັດຖະມົນຕີກະຊວງປ້ອງກັນປະເທດ; ກະຊວງການຕ່າງປະເທດ; ກະຊວງພາຍໃນ; ກະຊວງການເງິນ; ກະຊວງກະສິກຳ ແລະ ພັດທະນາຊົນນະບົດ; ກະຊວງອຸດສາຫະກຳ ແລະ ການຄ້າ; ກະຊວງສຶກສາ ແລະ ກໍ່ສ້າງ; ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ລັດຖະມົນຕີກະຊວງກໍ່ສ້າງ.

ທ່ານຟານວັນຢາງ, ກຳມະການກົມການເມືອງ ຊຸດທີ XIII, ເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບການແນະນຳໃຫ້ສັດຕະຍາບັນແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ.

3 ຕຳແໜ່ງຍັງເຫຼືອລວມມີ:

ທ່ານ ເຈິ່ນວັນເຊິນ, ກຳມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການລັດຖະບານ, ໄດ້ຮັບການສະເໜີໃຫ້ສັດຕະຍາບັນແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ;

ທ່ານ ເຮົ່າອາເລັ່ງ, ກຳມະການສູນກາງພັກ, ຮອງປະທານທັງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໄດ້ຮັບການສະເໜີໃຫ້ສັດຕະຍາບັນແຕ່ງຕັ້ງດຳລົງຕຳແໜ່ງເປັນລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ;

ທ່ານ ດວ່ານຮົ່ງຟອງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ ນາມດິ້ງ, ໄດ້ຮັບການສະເໜີໃຫ້ສັດຕະຍາບັນແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ຫົວໜ້າອົງການກວດກາລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ