ນາຍົກລັດຖະມົນຕີຍີປຸ່ນ Abe : ຫວຽດນາມມີບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງຍີປຸ່ນ

ນາຍົກລັດຖະມົນຕີຍີປຸ່ນ Abe : ຫວຽດນາມມີບົດບາດສຳຄັນໃນນະໂຍບາຍການຕ່າງປະເທດຂອງຍີປຸ່ນ - ảnh 1
ທ່ານຮອງນາຍົກ ລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe 

(vovworld)- ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ​ປຸ່ນ, ວັນ​ທີ 10/10, ທ່ານຮອງນາຍົກ ລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຄຳນັບ ທ່່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe , ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ Fumio Kishida . ທີ່​ການ​ພົບ​ປະ​ກັບ ທ່່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ​ໄດ້​ສະ​ເໜີ​ຍີ​ປຸ່ນສືບ​ຕໍ່​ສະຫງວນ​ທຶນ ODA ​ໃນ​ລະດັບ​ສູງ​ໃຫ້​ແກ່​ຫວຽດນາມ​ໃນ​ປີ​ງ​ົບ ປະມານ 2014, ພ້ອມ​ທັງ​ສະ​ເໜີ​ຍີ​ປຸ່ນຍູ້​ແຮງ​ການ​ຮ່ວມ​ມື​ກະ​ສີ​ກຳ, ​ໃນ​ນັ້ນ​ມີ​ການ​ຈັບ​ຫາ​ປາ​ທູູ​ນາ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖື​ວ່າ 2 ປ​ະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕຸລາການ, ​ແລະ ສະ​ເໜີ ທ່່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ​​ເອົາ​ໃຈ​ໃສ່​ຊີ້​ນຳ​ເພື່ອ​ໃຫ້​ໂຄງການ​ກໍ່ສ້າງ​ສູນ​ຍານ​ອາວ​ະກາດ ​ແລະ ສົ່ງ​ດາວ​ທຽມ​ສຳ​ຫຼວດໜ່ວຍ​ໂລກ ຮັບ​ໃຊ້​ການ​ພະຍາກອນ​ໄພ​ທຳ​ມະ​ຊາດ ​ແລະ ການ​ປ່ຽນ​ແປງຂອງ​ດິນຟ້າ​ອາກາດ.

     ສ່ວນ ທ່່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe​ ຢືນຢັນອີກ​ເທື່ອ​ໜຶ່ງ​ເຖິງ​ຄວາມ​ສຳຄັນ​ຂອງ​ຫວຽດນາມ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຍີ​ປຸ່ນ ​ແລະ ​ໃຫ້​ຮູ້​ວ່າ​ຈະ​ພະຍາຍາມ​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ຫວັງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ.

                  ​ແລະ ກໍ​ໃນ​ວັນດຽວ​ກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍ​ໄດ້​ເຮັດ​ວຽກ​ກັບ​ອົງການ​ຮ່ວມ​ມື​ສາກົນ​ຍີ​ປຸ່ນ ​ໃຈກາ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ອະນຸ​ສັນຍາ​ລະຫວ່າງ​ກະຊວງ​ຍຸ​ຕິ​ທຳ​ຫວຽດນາມ ​ແລະ ອົງການ ໃຈກາ​ກ່ຽວ​ກັບ​ເລື່ອງ ໃຈກາ​ໝັ້ນໝາຍ​ຄົ້ນ​ຄ້ວາ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ຕ່າງໆ.

ຂ່າວ/ບົດ​ອື່ນ