ນາຍົກລັດຖະມົນຕີຍີປຸ່ນ ຊີນໂຢ ອາເບ ປະກາດລາອອກຈາກຕຳແໜ່ງ

(VOVWORLD) -ຕອນບ່າຍວັນທີ 28 ສິງຫາ, ທ່ານນາຍົກລັດຖະມົນຕີຍີປຸ່ນ ຊີນໂຢ ອາເບ ໄດ້ຮຽກໂຮມກອງປະຊຸມລັດຖະບານ ແລະ ປະກາດຂໍ້ຕົກລົງລາອອກຈາກຕຳແໜ່ງ
ນາຍົກລັດຖະມົນຕີຍີປຸ່ນ ຊີນໂຢ ອາເບ ປະກາດລາອອກຈາກຕຳແໜ່ງ - ảnh 1ທ່ານນາຍົກລັດຖະມົນຕີຍີປຸ່ນ ຊີນໂຢ ອາເບ (REUTERS) 

ໃນວັນດຽວກັນ, ບັນດາຝ່າຍໃນພັກເສລີປະຊາທິປະໄຕ LDP ກຳອຳນາດ ກໍໄດ້ດຳເນີນບັນດາວາລະປະຊຸມດ່ວນ ເພື່ອປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງ ຕົກລົງລາອອກຈາກຕຳແໜ່ງຂອງ ທ່ານນາຍົກລັດຖະມົນຕີຍີປຸ່ນ ຊີນໂຢ ອາເບ, ໃນນັ້ນ, ມີບັນຫາບຸກຄະລາກອນ ທົດແທນ ທ່ານ ຊີນໂຢ ອາເບ. ວົງການເຈົ້າໜ້າທີ່ໃນ LDP ໃຫ້ຮູ້ວ່າ ຈະດຳເນີນການເລືອກຕັ້ງປະທານພັກນີ້ໂດຍໄວ, ແລະ ປະທານພັກຄົນນີ້ ຈະໄດ້ຮັບການເລືອກຕັ້ງເປັນ ນາຍົກລັດຖະມົນຕີ ຫຼັງຈາກນັ້ນ. ວິທີການດຳເນີນການເລືອກຕັ້ງ ສຸດທ້າຍຈະໄດ້ຮັບການຕົກລົງທີ່ກອງປະຊຸມຄົນຄະນະຂອງ LDP ໃນວັນທີ 1 ກັນຍາທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ