ນາຍົກລັດຖະມົນຕີຍີ່ປຸ່ນ ຢັ້ງຢືນບໍ່ນຳບັນຫາເຂດໝູ່ເກາະ Senkaku ຂື້ນສານຍຸດຕິທຳສາກົນ

ນາຍົກລັດຖະມົນຕີຍີ່ປຸ່ນ ຢັ້ງຢືນບໍ່ນຳບັນຫາເຂດໝູ່ເກາະ Senkaku ຂື້ນສານຍຸດຕິທຳສາກົນ - ảnh 1

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yosshiko Noda

(ພາບ:dantri.com.vn)

(TTX)- ​ວັນ​ທີ 1/10, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yosshiko Noda ​ໄດ້​ຢັ້ງຢືນ​ວ່າ​ຈະ​ບໍ່​ມີ​ເຈດ​ຕະນາ​ນຳ​ໃຊ້​ສານຍຸດຕິທຳ​ສາກົນ​ເພ​ື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ກັບ​ຈີນ ກ່ຽວຂ້ອງ​ເຖິງອະທິປະ​ໄຕ​ເຂດ​ໝູ່​ເກາະ Senkaku ຊື່​ງຝ່າຍ​ຈີນ ​ເອີ້ນ​ວ່າ ຕ້ຽວອີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yosshiko Noda ​ໄດ້​ເນັ້ນໜັກອີກ​ເທື່ອ 1 ວ່າ: ເຂດ​ໝູ່​ເກາະ Senkaku ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ເຂດ​ດິນ​ແດນຂອງ​ຍີ່ປຸ່ນ ​ໄດ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທັງ​ຝ່າຍ​ຍີ່ປຸ່ນ ​ແລະ ຈີນ ຕ້ອງ​ແກ້​ໄຂ​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ເຂດ​ໝູ່​ເກາະ​ດັ່ງກ່າວ​ດ້ວຍ​ຄວາມ​ລະງັບ​ໃຈ​ຜ່ານ​ການ​ເຈລະຈາ. ກ່ອນ​ໜ້ານັ້ນ, ຈີນ ​ໄດ້​ຄັດຄ້ານ​ຖະ​ແຫຼ​ງການ​ຂອງ​ຍີ່ປຸ່ນ ກ່ຽວ​ກັບອະທິປະ​ໄຕ​ເຂດ​ໝູ່​ເກາະ Senkaku/ຕ້ຽວອີ ​ແລະ ຖື​ວ່າ ປັກກິ​ງ ມີ​ອະທິປະ​ໄຕ​ທີ່​ບໍ່​ສາມາດ​ໂຕ້​ຖຽງກັນ​ໄດ້ ສຳລັບ​ເຂດ​ໝູ່​ເກາະ​ແຫ່ງ​ນີ້.

 

 

 

 

 

ຂ່າວ/ບົດ​ອື່ນ